ນ້ຳໃຊ້ ແລະ ສຸຂາພິບານ
ການເຝິກອົບຮົມທີ່ດໍາເນີນໂດຍສະມາຄົມ ແມ່ນໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍ ເນື່ອງຈາກໄດ້ຮັບການອໍານວຍຄວາມສະດວກເຕັມທີ່.
ການອົບຮົມຈະສາມາດດໍາເນີນໄດ້ແມ່ນຕ້ອງຄໍານຶງເຖິງສະພາບແວດລ້ອມ ແລະ ກິດຈະກໍາ ແລະ ເງື່ອນໄຂການເຮັດວຽກທີ່ແທດເໝາະຕໍ່ພະນັກງານແພດໝໍ. ເງື່ອນໄຂດັ່ງກ່າວ ແມ່ນມີການພົວພັນເຊິ່ງກັນ ແລະ ກັນ ທີ່ມີຄວາມຈໍາເປັນ ແລະ ຂາດບໍ່ໄດ້ສຳລັບພວກເຮົາ. ຖ້າສຸກສາລາບໍ່ມີນ້ຳ ສຸດທ້າຍແລ້ວການເຝິກອົບຮົມດ້ານສຸຂະອະນາໄມຈະມີປະໂຫຍດຫຍັງ? ຄໍາແນະນໍາກ່ຽວກັບການເກີດລູກ ຫຼື ການດູແລເດັກເກີດໃໝ່ ໃນເງື່ອນໄຂການດູແລນີ້ຈະມີປະໂຫຍດຫຍັງ? ສະນັ້ນ, ມັນມີຄວາມຈຳເປັນທີ່ພວກເຮົາຕ້ອງປະຕິບັດຕາມຫຼັກການຄວາມສາມັກຄີຂອງພວກເຮົາໂດຍການຮັບປະກັນວ່າການເຝິກອົບຮົມແມ່ນຕ້ອງສອດຄ່ອງກັບສະພາບເງື່ອນໄຂທີ່ເໝາສົມເພື່ອພັດທະນາຂອງພະນັກງານສາທາລະນະສຸກໃຫ້ດີຂຶ້ນ ດັ່ງນັ້ນ, ນັບແຕ່ນີ້ໄປ, ຕ້ອງຮັບປະກັນວ່າຈະໄດ້ຮັບການສະໜອງທຶນໃຫ້ແກ່ໂຄງການຕ່າງໆ.
ນີ້ແມ່ນວິທີການທີ່ພວກເຮົາເບິ່ງແຍງ, ກັບຄູ່ຮ່ວມງານຂອງພວກເຮົາ ແລະ ຜູ້ໃຫ້ທຶນ, ໂຄງການນ້ໍາລິນ, ການຕິດຕັ້ງແຜ່ນສ້າງພະລັງງານແສງອາທິດ (photovoltaic), ເຊັ່ນດຽວກັນກັບການກໍ່ສ້າງປັບປຸງສຸກສາລາແຫ່ງໃໝ່ຂອງບ້ານນໍ້າພວນ. ບັນດາໂຄງການກໍ່ສ້າງປັບປຸງສຸກສາລາເຫຼົ່ານີ້ ແມ່ນມີຈຸດປະສົງໃຫ້ປະຊາຊົນເຂົ້າເຖິງການປິ່ນປົວໃຫ້ຫຼາຍທີ່ສຸດ. ເປັນການສົ່ງຕໍ່ທີ່ຈຳເປັນລະຫວ່າງປະຊາຊົນ ແລະ ໂຮງໝໍເມືອງ. ເຊິ່ງສຸສາລາເຫຼົ່ານີ້ມີບົດບາດສໍາຄັນໃນການສົ່ງຕໍ່ຄົນເຈັບຈາກບັນດາໝູ່ບ້ານໄປໂຮງໝໍ.
ເປົ້າໝາຍຂອງການພັດທະນາແບບຍືນຍົງແມ່ນໂຄງການສ້າງຄວາມສາມັກຄີຂອງພວກເຮົາເພື່ອມີສ່ວນຮ່ວມໃນການຊ່ວຍເຫຼືອ



