ງານລ້ຽງວັນຄົບຮອບ 10 ປີຂອງສະມາຄົມ PEMM
ໃນວັນເສົາທີ 18 ມິຖຸນາ ປີ 2022, PEMM ໄດ້ສະເຫຼີມສະຫຼອງວັນຄົບຮອບ 10 ປີຂອງສະມາຄົມ: ການດໍາເນີນໂຄງການເປັນເວລາສິບປີ, ການປະຕິບັດພາລະກິດ ແລະ ຄວາມສາມັກຄີກັບປະຊາຊົນໃນພາກເໜືອຂອງລາວ. ເພື່ອເປັນການສະເຫຼີມສະຫຼອງ, ບັນດາສະມາຊິກຂອງສະມາຄົມໄດ້ພົບປະກັນຢູ່ໂຮງລະຄອນ ເມລິແອ ຟຼອງຊົວ (Méliès Saint François) ໃນແຂວງ ຊາງເອຕຽນ (Saint-Etienne) ຮອບຮູບເງົາເລື່ອງ ລາກ່ອນທ່ານຫວັງ ”Goodbye Mister Wong“ ແລະ ການສະແກງຜົນງານເພງໂດຍ ທ່ານຄໍາຄາ (Kham Kha). ໂດຍໄດ້ຮັບກຽດເຂົ້າຮ່ວມຂອງຄະນະຜູ້ແທນລາວຈາກສະຖານທູດລາວ ປະຈຳຝຣັ່ງ ພ້ອມດ້ວຍທ່ານເອກອັກຄະລັດຖະທູດ ຄຳອິນ ຄິດເດດ.
ຄໍ່າຄືນທີ່ພິເສດນີ້ແມ່ນປະສົບຜົນສໍາເລັດດ້ວຍດີ ແລະ ພວກເຮົາຂໍຂອບໃຈທຸກຄົນທີ່ໃຫ້ກຽດເຂົ້າຮ່ວມ. ສະມາຄົມມີຄວາມພາກພູມໃຈໃນທີ່ມອບການຊ່ວຍເຫຼືອໃຫ້ປະເທດລາວ ແລະ ປະຊາຊົນລາວ. ມັນເປັນສິ່ງສໍາຄັນສໍາລັບ PEMM ທີ່ສ່ອງເຫັນຄວາມຫຍຸ້ງຍາກທີ່ປະຊາຊົນລາວໄດ້ປະສົບ ແລະ ພວກເຮົາສາມາດຕອບສະໜອງຄວາມຊ່ວຍໃຫ້ແກ່ພວກເຂົາ.

ນັກສິນລະປິນຂອງງານໃນຄໍ່າຄືນ

ວິດີໂອສັ້ນຕົວຢ່າງຮູບເງົາ

ວິດີໂອເລື່ອງ “ນ້ຳຕາຂອງຂ້ອຍ”
ລິ້ງທີ່ທ່ານສາມາດຊື້ແຜ່ນຊີດີ
ແຂກທີ່ເຂົ້າຮ່ວມໃນງານແຫ່ງຄໍ່າຄືນນີ້

