top of page

ການສະໜັບສະໜູນຂອງບັນດານັກລົງທຶນ

ທ່ານເປັນນັກລົງທຶນ ແລະ ຕ້ອງການມີສ່ວນຮ່ວມໃນການຊຸກຍູ້ສະມາຄົມ ຫຼື ບໍ່? ພວກເຮົາມີຫຼາຍຊ່ອງທາງໃຫ້ທ່ານໄດ້ຊ່ວຍເຫຼືອພວກເຮົາ.

ເງິນ��ບໍລິຈາກ

ການອຸປະຖໍາທາງດ້ານການເງິນ

ການສະໜັບສະໜຸນທາງການເງິນແມ່ນຮູບແບບໜຶ່ງຂອງການບໍລິຈາກໂດຍບໍລິສັດ ເພື່ອຊ່ວຍສະມາຄົມ ແລະ ອົງການຈັດຕັ້ງອື່ນໆທີ່ມີຄວາມສົນໃຈທົ່ວໄປ.  ຜົນປະໂຫຍດຂອງຮູບແບບນີ້ແມ່ນແບ່ງປັນລະຫວ່າງອົງການຈັດຕັ້ງທີ່ໄດ້ຮັບຜົນປະໂຫຍດ ແລະ ບໍລິສັດຜູ້ສະໜັບສະໜູນ.  ເມື່ອບໍລິສັດບຊລິຈາກກໍ່ຈະມີສິດໄດ້ຮັບການຍົກເວັ້ນພາສີຈໍານວນ 60% ຂອງພາສີຂອງຕົນພາຍໃນຂອບເຂດຈໍາກັດຂອງ 0.5% ຂອງລາຍຮັບປະຈໍາປີ.  ສ່ວນທີ່ເຫຼືອສາມາດປະຕິບັດໄດ້ໃນອີກ 5 ປີຕໍ່ໄປ.  ໃນການສະໜັບສະໜູນ ບໍລິສັດສາມາດຮັບຮູ້ເຖິງການປະຕິບັດວຽກງານ ແລະ ພາລະກິດຕ່າງໆ ຂອງອົງການຈັດຕັ້ງທີ່ໄດ້ຮັບຜົນປະໂຫຍດ ແລະ ການປະກອບສ່ວນເຂົ້າໃນວຽກດ້ານມະນຸດສະທໍາ.  ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ ຍິນດີຮ່ວມມືກັບຜູ້ໃຫ້ທຶນໃນການໂຄສະນາ ແລະ ສົ່ງເສີມການສືສານ.

ການຊ່ວຍເຫຼືອດ້ານກົດໝາຍ

ການອຸປະຖໍາຄວາມສາມາດ

ການສະໜັບສະໜຸນດ້ານຄວາມສາມາດ ແມ່ນການສະໜອງຊັບພະຍາກອນມະນຸດ ແລະ ເສີມສ້າງຄວາມສາມາດດ້ານປັນຍາໃຫ້ແກ່ອົງການຈັດຕັ້ງທີ່ໄດ້ຮັບຜົນປະໂຫຍດ.  ໃນນີ້, ບໍລິສັດໄດ້ລະດົມພະນັກງານຂອງຕົນໃຫ້ຮ່ວມເປັນອາສາສະໝັກເຂົ້າໃນການມີສ່ວນຮ່ວມເປັນສ່ວນໜຶ່ງຂອງການເຄື່ອນໄຫວຂອງສະມາຄົມເພື່ອສະໜອງຄວາມຮູ້ດ້ານວິຊາຊີບ.  ຮູບແບບຂອງການບໍລິຈາກນີ້ສາມາດເອົາຮູບແບບການບໍລິການ ຫຼື ການກູ້ຢືມແຮງງານ.  ສໍາລັບບໍລິສັດ, ສິ່ງນີ້ສາມາດເປັນຍຸດທະສາດສໍາລັບການກະຕຸ້ນພະນັກງານ ແລະຮູບແບບການຮັບຮູ້ຄວາມສາມາດຂອງເຂົາເຈົ້າ.  ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງຕ້ອງອາສາສະໝັກດ້ານການບັນຊີ ແລະ ທັກສະໃນຄອມພິວເຕີ ແລະ ວິດີໂອ.

ບໍລິການໃຫ້ເຊົ່າອຸປະກອນຜ່າຕັດ

ການບໍລິຈາກໃນຮູບແບບວັດຖຸ

ນອກຈາກການບໍລິຈາກເປັນເງິນແລ້ວ ພວກເຮົາຍັງຮັບເອົາການຮ່ວມບໍລິຈາກໃນຮູບແບບວັດຖຸ. ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ ຮັບເອົາການບໍລິຈາກທີ່ປະກອບສ່ວນເຂົ້າໃນພາລະກິດ ແລະ ໂຄງການຂອງພວກເຮົາທີ່ສະດວກ.  ພວກເຮົາຕ້ອງການອຸປະກອນການແພດຂະໜາດນ້ອຍ (ຂົນສົ່ງໄດ້ງ່າຍ), ຊຸດເຄື່ອງມືກວດແຂ້ວ, ອຸປະກອນບໍລິຫານ ແລະ ໄອທີ.  ການບໍລິຈາກແຕ່ລະຄັ້ງແມ່ນຖືກປະເມີນຕາມການນໍາໃຊ້ຂອງມັນ ແລະ ຍັງເປັນເອກະສານຢັ້ງຢືນໃນການພາສີຫຼຸດພາສີໃຫ້ກັບທ່ານ.

ບັນດາຜູ້ສະໜັບສະໜູນພວກເຮົາ

kiwanis logo.jpg
logo fabre.PNG
Capture d’écran 2021-10-27 à 10.11_edited.jpg
Logo kine formations.jpg
Capture d’écran 2022-03-07 à 11.16_edited.jpg
ພາບໜ້າຈໍ 2022-01-07 ເວລາ 11.18.40.png
Capture d’écran 2022-01-07 à 11.16.09.png
AC_logo Quimper et Fouesnant Bahnschrift 30.jpg
Capture d’écran 2022-02-18 à 11.27.32.png
ພາບໜ້າຈໍ 2022-01-07 ເວລາ 11.20.51.png
Capture d’écran 2022-02-18 à 09.58.50.png
Capture d’écran 2022-01-07 à 11.19.21.png
Capture d’écran 2022-02-18 à 09.56.06.png
Capture d’écran 2022-02-18 à 10.00.01.png
ພາບໜ້າຈໍ 2022-02-18 ເວລາ 11.28.46.png
Capture d’écran 2022-03-01 à 10.21.03.png
Capture d’écran 2022-03-07 à 11.16.44.png
ພາບໜ້າຈໍ 2022-02-18 ເວລາ 09.59.24.png
Capture d’écran 2022-03-09 à 10.55_edited.jpg

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page