ການຄຸ້ມຄອງຂີ້ເຫຍື້ອ
ບົດຄວາມໂດຍ ທ່ານນາງ ຄາລາ ສະຕິງໂກ (Carla Stinco) ກ່ຽວກັບການຄຸ້ມຄອງຂີ້ເຫຍື້ອ

ພາລະກິດການຈັດການຂີ້ເຫຍື້ອ
ການຄຸ້ມຄອງຂີ້ເຍື້ອ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງທີ່ແຕ່ລະຂົງເຂດກໍາລັງພົບພໍ້, ແລະ ບໍ່ມີຂໍ້ຍົກເວັ້ນ. ເຖິງວ່າອຳນາດການປົກຄອງຈະຮັບຮູ້ບັນຫາດັ່ງກ່າວທີ່ຢູ່ໃນແຜນການພັດທະນາປີ 2021-2025, ແຕ່ບັນດາຕົວເມືອງໃຫຍ່ສາມາດເກັບກຳສິ່ງເສດເຫຼືອໄດ້ພຽງ 40 – 60% ເທົ່ານັ້ນ, ເຮັດໃຫ້ບາງສ່ວນທີ່ຍັງເຫຼືອຖືກຖິ້ມຊະຊາຍ, ໂດຍມີການຖິ້ມຂີ້ເຫຍື້ອຢ່າງຜິດກົດໝາຍເລື້ອຍໆ.
ຜົນກະທົບຕໍ່ມະນຸດ ແລະ ສິ່ງແວດລ້ອມ
ນອກຈາກຄວາມສະອາດງາມຕາແລ້ວ, ການຄຸ້ມຄອງຂີ້ເຫຍື້ອທີ່ບໍ່ມີປະສິດທິພາບເຮັດໃຫ້ເກີດບັນຫາສຸຂະພາບ ແລະ ການປົກປ້ອງສິ່ງແວດລ້ອມໃນລາວຢ່າງຮ້າຍແຮງ. ຕາມລາຍງານຂອງທະນາຄານໂລກໃນປີ 2021, ມົນລະພິດທີ່ກ່ຽວຂ້ອງກັບສິ່ງເສດເຫຼືອເຮັດໃຫ້ມີຜູ້ເສຍຊີວິດປະມານ 10,000 ຄົນຕໍ່ປີ. ນອກຈາກນັ້ນ, ໃນແຕ່ລະປີ, ມີຂີ້ເຫຍື້ອເປັນຢາງປຼາດສະຕິກ 4 ໂຕນໄດ້ຖືກຖິ້ມລົງສູ່ທະເລ, ໂດຍສະເພາະ ແມ່ນແຫຼ່ງສະໜອງຊີວິດການເປັນຢູ່ຂອງປະຊາຊົນ 70 ລ້ານຄົນ ທີ່ມີການພົວພັນໃນການດໍາລົວຊີວິດກັບແມ່ນ້ຳ ເຊັ່ນ: ການຫາປາ, ການຂົນສົ່ງ, ກະສິກຳ ແລະ ການຜະລິດສະບຽງອາຫານ.

ການຫັນປ່ຽນວິທີໃນການຫັນມາບໍລິໂພກຜະລິດຕະພັນນໍາເຂົ້າ ເຮັດໃຫ້ເກີດບັນຫາຂີ້ເຫຍື້ອທີ່ເພີ່ມທະວີຂຶ້ນ: ເຊິ່ງຍັງຂາດລະບົບການຈັດສັນຄຸ້ມຄອງຂີ້ເຍື້ອ ເຮັດໃຫ້ການຮັບມືກັບປະລິມານຂີ້ເຫຍື້ອທີ່ເພີ່ມຂຶ້ນນີ້ສ້າງຄວາມສ່ຽງຕໍ່ສຸຂະພາບ ແລະ ສ້າງຜົນກະທົບຕໍ່ສິ່ງແວດລ້ອມຢ່າງຫຼວງຫຼາຍ.
ບັນຫານີ້ຍັງຂະຫຍາຍໄປສູ່ໂຮງໝໍ, ບ່ອນທີ່ສະມາຄົມເຂົ້າມາຊ່ວຍເຫຼືອ. ນອກຈາກການຈັດການຂີ້ເຫຍື້ອທົ່ວໄປແລ້ວ, ບັນດາຂີ້ເຫຍື້ອໃນໂຮງໝໍກໍ່ເປັນສິ່ງທ້າທາຍອັນໜຶ່ງ ເພາະວ່າຂີ້ເຫຍື້ອດັ່ງກ່າວອາດເປັນອັນຕະລາຍ, ລວມທັງຜະລິດຕະພັນທີ່ໃຊ້ໃນການປິ່ນປົວ ຫຼື ຂອງເສຍຈາກການປິ່ນປົວຄົນ ເຊັ່ນ: ເຂັມສັກຢາ ແລະ ເສດຢາທີ່ເຫຼືອ. ພວກເຮົາສັງເກດການຢູ່ທີ່ໂຮງໝໍເມືອງ ແລະ ສຸກສາລາຫຼາຍແຫ່ງ ເປີດເຜີຍໃຫ້ເຫັນການປະຕິບັດທີ່ບໍ່ໄດ້ມາດຕະຖານເຊັ່ນ: ການຝັງ ແລະ ການເຜົາຂີ້ເຫຍື້ອຂອງໂຮງໝໍ, ເຮັດໃຫ້ເກີດມົນລະພິດເພີ່ມຂຶ້ນ, ເກີດມີຄວາມສ່ຽງຕໍ່ສຸຂະພາບ ແລະ ການປົນເປື້ອນຂອງດິນ ແລະ ນ້ໍາໃຕ້ດິນ.
.jpeg)