ໂຮງໝໍເຮືອເຄື່ອນທີ່: ການບໍລິການສຸຂະພາບທີ່ເຂົ້າເຖິງປະຊາຊົນຢູ່ຕາມລ້ອງແມ່ນໍ້າຂອງ
ໃນເດືອນພະຈິກ ປີ 2023, ສະມາຄົມ PEMM ໄດ້ດໍາເນີນພາລະກິດດ້ານສາທາລະນະສຸກໃນເຂດຫ່າງໄກສອກຫຼີກຢູ່ທາງພາກເໜືອຂອງລາວ, ໂຄງການອັນໂດດເດັ່ນດັ່ງກ່າວມີເອີ້ນວ່າ: ໂຮງໝໍເຮືອເຄື່ອນທີ່ (Mobile Boat Clinic). ພາລະກິດນີ້ແມ່ນໄຊ້ເວລາຫຼາຍມື້, ເຊິ່ງໄດ້ກວມເອົາພຶ້ນທີ່ຫຼາຍເຂດບ້ານໃນການດໍາເນີນງານ ແລະ ປະກອບມີຄະນະແພດໝໍສາກົນເຂົ້າຮ່ວມ. ໂຮງໝໍເຮືອເຄື່ອນທີ່ (Mobile Boat Clinic) ໄດ້ໄປໃຫ້ບໍລິການສຸຂະພາບໃນເຂດຊົນນະບົດຫ່າງໄກສອກຫຼີກຕາມລ້ອງແມ່ນ້ຳຂອງ, ເພື່ອສະໜອງການກວດສຸຂະພາບດ້ານການແພດ, ການເຝິກອົບຮົມ, ແລະ ເພີ່ມທະວີການຮ່ວມມືລະຫວ່າງຝຣັ່ງ-ລາວ ຂໍຂອບໃຈຕໍ່ການສະໜັບສະໜູນຂອງກອງທຶນການລິເລີ່ມທ້ອງຖິ່ນຂອງອົງການການາດາ, ພວກເຮົາໄດ້ສ້າງຄວາມເຂັ້ມແຂງໃຫ້ສຸກສາລາບ້ານຄົກກະ ໂດຍຕອບສະໜອງຄວາມຕ້ອງການດ້ານວັດຖຸທາງການແພດ.
ພາລະກິດໂຮງໝໍເຮືອເຄື່ອນທີ່ (Mobile Boat Clinic) ປີ 2023 ໃນໄລຍະການດໍາເນີນພາລະກິດ, ແມ່ນປະກອບດ້ວຍທີມແພດຈາກປະເທດຝຣັ່ງ ແລະ ແພດໝໍຝ່າຍລາວ, ພ້ອມດ້ວຍຄູເຝິກ ແລະ ພະນັກງານສາທາທ້ອງຖິ່ນ, ໄດ້ດໍາເນີນການບໍລິການສຸຂະພາບໃຫ້ຄົນເຈັບທັງໝົດ 222 ຄົນ ເຊິ່ງໄດ້ສ້າງຄວາມປະທັບໃຈຫຼາຍ. ການຈັດຕັ້ງພາລະກິດໂຮງໝໍເຮືອທັງສອງຄັ້ງແມ່ນໄດ້ຮັບໝາກຜົນດີ, ສະແດງໃຫ້ເຫັນເຖິງຄວາມສາມາດຂອງພະນັກງານແພດໝໍທ້ອງຖິ່ນ ໃນການບໍລິການສຸຂະພາບທີ່ມີຄວາມທ້າທາຍ. ພາລະກິດດັ່ງກ່າວຍັງພົວພັນກັບການບໍລິການສຸຂະພາບເດັກ ແລະ ການກວດພະຍາດຍິງ, ເຊິ່ງໄດ້ກວດເດັກນ້ອຍຈໍານວນ 170 ຄົນ ແລະ ແມ່ຍິງ 52 ຄົນຕາມລໍາດັບ. ພາລະກິດດັ່ງກ່າວມີຜົນກະທົບດ້ານດີຢ່າງຫຼວງຫຼາຍຕໍ່ສຸຂະພາບຂອງປະຊາຊົນທ້ອງຖິ່ນ. ການບໍລິການສຸຂະພາບເດັກ ໄດ້ກວດບັນດາພະຍາດຕ່າງໆໃຫ້ເດັກນ້ອຍ, ເຊິ່ງຊ່ວຍຫຼຸດຜ່ອນອາການເຈັບປ່ວຍໃຫ້ແກ່ພວກເຂົາ. ການແລກປ່ຽນລະຫວ່າງທ່ານໝໍຄົນຝຣັ່ງ ແລະ ໝໍຄົນລາວ ໄດ້ເພີ່ມທະວີຄຸນນະພາບການບໍລິການສຸຂະພາບດ້ານການແພດທ້ອງຖິ່ນ. ການກວດພະຍາດຍິງ ໄດ້ກວດພົບການຕິດເຊື້ອໃນຊ່ອງຄອດ, ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການດູແລສຸຂະພາບຈະເລີນພັນຂອງແມ່ຍິງ. ການປັບສະພາບໄດ້ດີຂອງທີມງານ ທີ່ໄດ້ພົບພໍ້ກັບຂໍ້ຈໍາກັດດ້ານຄົມມະນາຄົມ ເຊິ່ງສະແດງໃຫ້ເຫັນຄວາມຕັ້ງໜ້າຂອງທີມງານເຖິງທີ່ຕັ້ງໃຈເຂົ້າໄປຊ່ວຍເຫຼືອ ເຖິງແມ່ນວ່າໄດ້ພົບກັບສະພາບແວດລ້ອມທີ່ຫຍຸ້ງຍາກ.
ການຊ່ວຍເຫຼືອຈາກກອງທຶນລິເລີ່ມທ້ອງຖິ່ນຂອງການາດາ

ພາລະກິດນີ້ສາມາດດໍາເນີນການໄດ້ ຍ້ອນການສະໜັບສະໜູນທີ່ສໍາຄັນຈາກກອງທຶນຂອງອົງການາດາສໍາລັບການລິເລີ່ມພັດທະນາທ້ອງຖິ່ນ. ເງິນຈໍານວນທຶນນີ້ ເຮັດໃຫ້ສາມາດເພີ່ມທະວີໝາກຜົນຂອງໂຄງການ ໂດຍການສະໜອງອຸປະກອນການແພດທີ່ມີຄຸນນະພາບສູງ.
ການຮ່ວມມືກັບກອງທຶນໄດ້ເພີ່ມຄວາມສະເໝີພາບ ໃນການເຂົ້າເຖິງການບໍລິການສຸຂະພາບຢູ່ເຂດຫ່າງໄກສອກຫຼີກ, ເຊິ່ງມັນສະແດງໃຫ້ເຫັນວ່າ ການຮ່ວມມືສາກົນມີຜົນດີຕໍ່ຊີວິດຂອງປະຊາຊົນທີ່ດ້ອຍໂອກາດຢ່າງແທ້ຈິງ.