top of page

ການສະໜອງແຫຼ່ງນໍ້າໃຫ້ແກ່ບ້ານສີບຸນເຮືອງ

ຂັບລົດຈາກເມືອງຮຸນປະມານ 2 ຊົ່ວໂມງ, ບ້ານ ສີບຸນເຮືອງ ມີສຸກສາລາທີ່ຂາດເຂີນອຸປະກອນການແພດ. ສຸກສາລາແມ່ນຕັ້ງຢູ່ເທິງເນີນດິນທີ່ເຕັມໄປດ້ວຍສິ່ງເສດເຫຼືອ, ໃນສຸສາລາປະກອບຫ້ອງຈໍານວນໜ້ອຍ ມີຫ້ອງກວດພະຍາດ, ຫ້ອງປະສູດ ແລະ ຫ້ອງໃນ 2 ຫ້ອງນອນສໍາລັບຄົນເຈັບ. ເຖິງວ່າສຸກສາລາຈະມີຂະໜາດນ້ອຍ ແຕ່ກໍ່ຈໍາເປັນໃນການໃຫ້ບໍລິການປິ່ນປົວທັງໝົດ 8 ໝູ່ບ້ານ, ເຖິງຢ່າງໃດກໍ່ຕາມ, ຈຸດປະສົງແມ່ນເພື່ອສະໜອງການປິ່ນປົວເບື້ອງຕົ້ນໃຫ້ແກ່ປະຊາຊົນຂອງ 8 ບ້ານອ້ອມຂ້າງ, ເຊິ່ງມີຈໍານວນປະຊາກອນທ້ອງຖິ່ນປະມານ 10,157 ຄົນ.

ແຕ່ໜ້າເສຍດາຍ, ສຸກສາລາບໍ່ໄດ້ເຂົ້າເຖິງລະບົບສະໜອງນ້ໍາ.  ໃນກໍລະນີຈໍາເປັນ, ປະຊາຊົນແມ່ນຕ້ອງຫາບນໍ້າໃສ່ຄຸ "ໂດຍການແບກໃສ່ຫຼັງ" ຈາກໄລຍະຫ່າງໄກຫຼາຍຮ້ອຍແມັດ.  ນ້ຳທີ່ນຳມານັ້ນບໍ່ເໝາະສົມສຳລັບການບໍລິໂພກ ແລະ ການນຳໃຊ້ທາງການແພດ.  ດ້ວຍເຫດນີ້ ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ ຈຶ່ງດຳເນີນໂຄງການສະໜອງນ້ຳໃຫ້ກັບສູກສະລາແຫ່ງນີ້. ປະຈຸບັນນໍ້າອ່າງເກັບເກັບດັ່ງກ່າວ ແມ່ນໄດ້ຕອບສະໜອງການຊົມໃຊ້ສຸກສາລາ.

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page