ຄວາມພິການໃນລາວ
ຄວາມພິການໃນລາວແມ່ນປັດໃຈນອກ ທີ່ບໍ່ລວມເຂົ້າໃນຊີວິດທາງດ້ານສັງຄົມ ແລະ ສາຍອາຊີບ. ຕາມປົກະຕິແລ້ວ, ການສຶກສາຂອງເດັກພິການແມ່ນບໍ່ຖືກຄຸ້ມຄອງໂດຍໂຮງຮຽນລັດ. ສະພາບແວດລ້ອມສາມາດເປັນປັດໃຈທີ່ສົ່ງຜົນກະທົບຕໍ່ຄວາມພິການ (ຄວາມທຸກຍາກ, ການຂາດຂໍ້ມູນ ແລະ ການເບິ່ງແຍງ), ດັ່ງນັ້ນ, ສິ່ງສໍາຄັນທີ່ສຸດແມ່ນໃຫ້ເດັກນ້ອຍພິການມີສະຖານທີ່ຮອງຮັບທີ່ສາມາດຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ເຂົາເຈົ້າ.
ບັນຫາຄວາມພິການໃນລາວເປັນບັນຫາທີ່ສົ່ງຜົນກະທົບເຖິງປະຊາຊົນຈໍານວນຫຼາຍ. ແຕ່ຕົວເລກດັ່ງກ່າວແມ່ນຍັງບໍ່ທັນເປີດກ້ວາງ, ໂດຍສະເພາະກ່ຽວກັບຄວາມພິການທາງສະໝອງ. ຄວາມພິການທາງກາຍສ່ວນໃຫຍ່ແມ່ນມີສາເຫດມາຈາກລະເບີດທີ່ຍັງບໍ່ທັນແຕກໃນລາວ, ເຊິ່ງເປັນຜົນມາຈາກຮ່ອງຮອຍຂອງສົງຄາມໃນອາດີດ. ປະຈຸບັນນີ້, ມີປະຊາຊົນເປັນຜູ້ຖືກເຄາະຮ້າຍຈາກລະເບີດເຫຼົ່ານີ້ຈໍານວນຫຼວງຫຼາຍ ແລະ ມັນສະແດງໃຫ້ເຫັນຜົນກະທົບຢ່າງຮ້າຍແຮງ.
ແຕ່ຄວາມພິການທາງສະໝອງແມ່ນຍັງບໍ່ທັນເປັນທີ່ຮັບຮູ້ເປີດກ້ວາງ, ເຊັ່ນ: ຄົນພິການຫູໜວກ, ຄົນພິການປາກກືກ, ພິການໂອທິດສະຕິກ ແລະ ຮູບແບບອື່ນໆ. ຄວາມພິການເຫຼົ່ານີ້ບໍ່ພຽງແຕ່ຍັງບໍ່ທັນໄດ້ຮັບການສະໜັບສະໜູນ, ແຕ່ບໍ່ທັນມີປັດໃຈທີ່ຈະໄດ້ຮັບຄວາມຊ່ວຍເຫຼືອຈາກສັງຄົມ. ເດັກນ້ອຍທີ່ມີຄວາມພິການທາງສະໝອງຖືກຕັດສິນວ່າເປັນພາລະ, ແຕ່ທາງດ້ານວັດທະນະທໍາເຫັນວ່າຄວາມພິການແມ່ນເປັນຮ່ອງຮອຍຈາກຄວາມຜິດໃນອາດີດ. ເພື່ອຮຽນຮູ້ເພີ່ມຕື່ມ, ທ່ານສາມາດກົດໃສ່ການເຊື່ອມຕໍ່ລຸ່ມນີ້ ແລະ ປຶກສາຫາລືເຖິງບົດຄວາມທີ່ອຸທິດຕົນເພື່ອຄວາມພິການ.
![]() P1060608 | ![]() P1060650_edited | ![]() VIENTIANE Autisme12_edited |
---|
ໃນການຮັບມືກັບຄວາມພິການເຫຼົ່ານີ້, ສະມາຄົມ PEMM ແນໃສ່ການຊ່ວຍເຫຼືອກຸ່ມເປົ້າໝາຍສະເພາະກໍ່ຄືເດັກນ້ອຍພິການ. ເດັກນ້ອຍພິການເຫຼົ່ານີ້ ພົບກັບຄວາມຫຍຸ້ງຍາກຫຼາຍໃນການເຂົ້າໂຮງຮຽນ ແລະ ຊີວິດການເຮັດວຽກ. ໂຮງຮຽນພາກລັດບໍ່ມີເງື່ອນໄຂໃນການປັບຕົວທີ່ເໝາະສົມຕໍ່ກັບຈຸດພິເສດຂອງເຂົາເຈົ້າ, ແລະ ຄອບຄົວຂອງພວກເຂົາ ກໍ່ຕົກຢູ່ໃນສະພາບທີ່ຫຍຸ້ງຍາກຍ້ອນຄວາມພິການນີ້ ຫຼື ພວກເຂົາອາດບໍ່ຮູ້ເຖິງບັນຫາດັ່ງກ່າວ ເພາະເດັກບໍ່ໄດ້ຮັບການບົ່ງມະຕິ.
ການເຝິກອົບຮົມທາງການແພດຂອງພວກເຮົາ, ແມ່ນນໍາສະເໜີການເຝິກອົບຮົມກ່ຽວກັບຄວາມພິການ. ທ່ານ ຈັກ ວາເຊລີ (Jacques VAZEILLES), ເຊິ່ງເປັນໜຶ່ງໃນທ່ານໝໍອາສາສະໝັກຂອງພວກເຮົາ, ຈິດຕະແພດເດັກ ແລະ ຜູ້ຊ່ຽວຊານດ້ານຈິດຕະສາດ, ໄດ້ຈັດຕັ້ງການເຝິກອົບຮົມກ່ຽວກັບຄວາມພິການໂອທິດສະຕິກ. ຢ່າງຕໍ່າໜຶ່ງຄັ້ງຕໍ່ປີ (ຍົກເວັ້ນໃນໄລຍະພະຍາດລະບາດໂຄວິດ-19), ທີມແພດໄປທີ່ສູນຄົນພິການຫູໜວກ ແລະ ຄົນປາກກືກ ຢູ່ແຂວງຫຼວງພະບາງ ເພື່ອບໍລິການກວດສຸຂະພາບໃຫ້ເດັກນ້ອຍ ແລະ ກວດສຸຂະພາບທົ່ວໄປ. ພວກເຮົາເຮັດວຽກ ແລະ ປະຕິບັດພາລະກິດຮ່ວມກັບສູນ ແລະ ສະມາຄົມແຫ່ງດັ່ງກ່າວ. ເປົ້າໝາຍແມ່ນເພື່ອຊ່ວຍເດັກພິການທາງສະໝອງ, ປູກຈິດສຳນຶກ ແລະ ຮັບຮູ້ເຖິງຄວາມພິການ, ເບິ່ງແຍງດູແລຄົນເຈັບໃຫ້ດີຂຶ້ນ. ພວກເຮົາເຮັດວຽກຮ່ວມກັບຫຼາຍອົງການ ແລະ ຄູ່ຮ່ວມງານທີ່ແຕກຕ່າງກັນ.

ສູນຄົນພິການຫູໜວກ ແລະ ປາກກືກ
ສູນຄົນພິການຫູໜວກ ແລະ ຄົນປາກກືກຂອງແຂວງຫຼວງພະບາງເປັນທັງໂຮງຮຽນ ແລະ ບ້ານໃຫ້ແກ່ເດັກຍິງ. ສູນຍິນດີຕ້ອນຮັບເດັກນ້ອຍ ທີ່ມີແຕ່ອາຍຸ 7 ຫາ 19 ປີ. ສູນດັ່ງກ່າວເປັນບ່ອນຮຽນ ແລະ ບ່ອນເຝີກອົບຮົມທີ່ເປີດໂອກາດ ໃຫ້ຊາວໜຸ່ມທີ່ພິການຫູໜວກ ແລະ ປາກກືກສາມາດສື່ສານໄດ້, ມີທັກສະໃນການເຂົ້າສັງຄົມ ແລະ ການສ້າງອະນາຄົດຂອງພວກເຂົາ.

ສູນ ແລະ ສະມາຄົມສໍາລັບຄົນພິການໂອທິດສະຕິກ
ສູນຄົນພິການໂອທິດສະຕິກໃນນະຄອນຫຼວງວຽງຈັນແມ່ນບ່ອນເຮັດວຽກຂອງສະມາຄົມໂອທິດສະຕິກລາວ (AFA). ອົງການຈັດຕັ້ງນີ້ຕາງໜ້າ ແລະ ສົ່ງເສີມເດັກນ້ອຍທີ່ມີພາວະໂອທິດສະຕິກ ແລະ ຜູ້ປົກຄອງຂອງພວກເຂົາ. ສູນແຫ່ງນີ້້ ສະໜອງແວດລ້ອມທີ່ເດັກໂອທິດສະຕິກສາມາດພັດທະນາຄວາມສາມາດຂອງພວກເຂົາ ທີ່ຈະຕ້ອງໄດ້ຜ່ານຜ່າຄວາມທ້າທາຍຕ່າງໆໃນລາວ.