ນໍ້າສະອາດທີ່ສູນຄົນພິການຫູໜວກ ແລະ ປາກກືກ
ປະຫວັດຄວາມເປັນມາຂອງໂຄງການ
ສະມາຄົມປະຊາຊົນ ແລະພູດອຍຕາມລ້ອງແມ່ນໍ້າຂອງ ໄດ້ເປັນຄູ່ຮ່ວມງານມາເປັນເວລາຫຼາຍປີຂອງສູນຄົນພິການຫູໜວກ ແລະ ຄົນປາກກືກຂອງຫຼວງພະບາງ ທີ່ດຳເນີນໂດຍການກຸກົນເອຶ້ອຍນ້ອງ. ໃນແຕ່ລະປີ, ສະມາຄົມໄດ້ສົ່ງອາສາສະໝັກໄປນໍາພາການຮຽນການສອນຂອງເດັກນອກໂຮງຮຽນ ແລະ ໄດ້ສ້າງໂຮງສ້ອມແປງລົດ ເພື່ອໃຫ້ຊາວຢູ່ໜຸ່ມສູນດັ່ງກ່າວໄດ້ເຝິກຊ້ອມການສ້ອມແປງ ແລະ ສາມາດກຽມຄວາມພ້ອມໃນການດຳລົງຊີວິດແບບມືອາຊີບ. ໂດຍຊ່ຽວຊານດ້ານສິ່ງແວດລ້ອມ ແລະ ການສະໜອງນໍ້າ, ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ ໄດ້ດໍາເນີນງານສ້າງແຫຼ່ງນໍ້າດື່ມໃນເດືອນທັນວາ ປີ 2022 ຕາມຄໍາຮ້ອງຂໍຈາກສູນການກຸສົນເອຶ້ອຍນ້ອງໃຫ້ກັບ ສູນຄົນພິການຫູໜວກ ແລະ ປາກກືກ. ດັ່ງທີ່ພວກເຮົາໄດ້ນໍາສະເໜີວຽກງານນີ້ຕໍ່ທ່ານ ...
ສູນແຫ່ງນີ້, ເປັນສູນແຫ່ງທຳອິດຂອງປະເທດລາວ, ແລະ ເປັນສູນແຫ່ງດຽວທີ່ດໍາເນີນວຽກງານປັນເວລາດົນນານ, ການຕ້ອນຮັບເດັກນ້ອຍທີ່ປະສົບກັບຄວາມພິການຫູໜວກ ແລະ ປາກກືກ ເຊິ່ງພວກເຂົາຢູ່ໃນປະເທດທີ່ມີຂໍ້ຈໍາກັດໃນການຊ່ວຍເຫຼືອທາງດ້ານຄວາມພິການເຫຼົ່ານີ້ ແລະ ຂາດການຊ່ວຍເຫຼືອ. ເອື້ອຍນ້ອງຮອງຮັບເອົາເດັກນ້ອຍ ແລະ ໄວໜຸ່ມໃນໂຮງຮຽນກິນນອນຕະຫຼອດປີ: ໄປໂຮງຮຽນ, ເຮັດການປູກຜັກ ແລະ ໝາກໄມ້, ລ້ຽງສັດປີກ... ທາງສູນກໍ່ໄດ້ສະໜອງນ້ຳໃຫ້ການກະເສດດັ່ງກ່າວ, ແຕ່ນໍ້າບໍ່ໄດ້ຮັບການບໍາບັດ ແລະ ດື່ມບໍ່ໄດ້. . ຫ່າງຈາກໃຈກາງເມືອງຫຼວງພະບາງ 4 ກິໂລແມັດ, ແມ່ຊີ ແລະ ໄວໜຸ່ມຈາກສູນດັ່ງກ່າວຕ້ອງໄດ້ໄປຊື້ນ້ຳດື່ມຢູ່ໃນຕົວເມືອງ. ເຊິ່ງວຽກງານນີ້ເປັນວຽກທີ່ຍາກຕໍ່ກັບຮ່າງກາຍຂອງແມ່ຊີຜູ້ສູງອາຍຸ, ດັ່ງນັ້ນ, ໄວໜຸ່ມແມ່ນຜູ້ຮັບຜິດຊອບວຽກງານຊອກນໍ້າດື່ມ ບໍ່ນັບເຖິງນໍ້າມັນລົດທີ່ຕ້ອງໃຊ້ໃນການເດີນທາງເຂົ້າເມືອງຕໍ່ມື້, ແມ່ຊີໄດ້ໃຊ້ງົບປະມານຊື້ນ້ໍາດື່ມປະມານ 750 ເອີໂຣຕໍ່ເດືອນສໍາລັບຕົນເອງ, ເດັກນ້ອຍແລະ ຊາວໜຸ່ມ ລວມ 80 ຄົນຢູ່ໃນສູນ.


ໃນເດືອນທັນວາ ປີ 2022, ສະມາຄົມໄດ້ສ້າງຕັ້ງລະບົບນໍ້າດື່ມຢູ່ສູນ. ປະຈຸບັນ, ຖັງນ້ຳສອງແຫ່ງຢູ່ສູນໂດຍກົງບັນຈຸນ້ຳດື່ມໃຫ້ກັບເດັກນ້ອຍ. ລະບົບນໍ້າແມ່ນຢູ່ໃຈກາງຂອງບ້ານບ່ອນທີ່ສູນການກຸສົນເອື້ອຍນ້ອງ ແລະ ເດັກນ້ອຍອາໄສຢູ່ໃນຊຸມຊົນ. ຕອນນີ້ແມ່ຊີ ສາມາດຕື່ມນໍ້າໃສ່ພາຖັງບັນຈຸໄດ້ເອງ, ສາມາດແຕ່ງກິນໄດ້ຢ່າງສະດວກ ແລະ ດື່ມນໍ້າຢ່າງປອດໄພ. ບັນດາໄວໜຸ່ມຍັງສືບຕໍ່ຂົນນໍ້ານີ້ໄປໂຮງຮຽນ ດ້ວຍໄລຍະຫ່າງ 500 ແມັດ ເພື່ອໃຫ້ເດັກນ້ອຍໄດ້ມີນໍ້າດື່ມລ້າຕະຫຼອດມື້ຮຽນ. ຫຼັງຈາກຕິດຕັ້ງເຄື່ອງແລ້ວ, ອາສາສະໝັກບໍລິການຊຸມຊົນຂອງພວກເຮົາ ນາງ ຈຸດສະຕີນ ໄດ້ຮັບຜິດຊອບອະທິບາຍຂັ້ນຕອນຂອງຫຼັກການປະຕິບັດການອະນາໄມທີ່ດີ ໃຫ້ແກ່ເດັກນ້ອຍ (ການລ້າງມື, ເອົາໃຈໃສ່ກັບຄວາມສະອາດຂອງຖັງນໍ້າ). ມັນຊີ້ໃຫ້ເຫັນເຖິງສິ່ງອຳນວຍຄວາມສະດວກປະຈຳວັນເຫຼົ່ານີ້ ທີ່ໄດ້ປ່ຽນຊີວິດຂອງແມ່ຊີ ແລະ ເດັກນ້ອຍ.
ໄດດູດນໍ້າທີ່ຕິດຕັ້ງແມ່ນເຮັດວຽກໄດ້ດີ! ເດັກນ້ອຍມາຕັກນ້ຳກັບໄປໃຊ້ທີ່ເຮືອນ ແລະ ໂຮງຮຽນເປັນປະຈຳ.”—ນາງ ຈັສຕິນ, ອາສາສະໝັກຢູ່ສູນໄດ້ກ່າວ

ໃນການບໍາລຸງຮັກສາ, ລະບົບນ້ໍາດື່ມເຮັດວຽກໂດຍໃຊ້ເຄື່ອງຕອງກາກບອນ. ໂຕຕອງກາບອນຈະຕ້ອງຖືກປ່ຽນທຸກໆ 8 ເດືອນ. ເມື່ອຕິດຕັ້ງເຄື່ອງໃນເດືອນທັນວາ ຈະຕ້ອງປ່ຽນໃນເດືອນກໍລະກົດ. ງົບປະມານທີ່ໄດ້ມອບໃຫ້ໃນການຈັດຊື້ຖັງນ້ຳໃນປັດຈຸບັນສາມາດນຳໃຊ້ໃນການຊື້ເຄື່ອງຕອງ ເຊິ່ງງົບມີທ່າອ່ຽງທີ່ຈະຫຼຸດລົງ. ຈາກນີ້ໄປ, ເດັກນ້ອຍ ແລະ ແມ່ຊີຂອງສູນຄົນພິການຫູໜວກ ແລະ ປາກກືກ ໄດ້ຮັບຜົນປະໂຫຍດຈາກນ້ຳດື່ມທີ່ດີເລີດເພື່ອສຸຂະພາບໃນຊີວິດປະຈຳວັນ. ໂຄງການຂະໜາດນ້ອຍທີ່ມີໝາກຜົນອັນໃຫຍ່ຫຼວງສໍາລັບຊຸມຊົນຂອງສູນຄົນພິການຫູໜວກ ແລະ ຄົນປາກກືກແມ່ນເກີດຂຶ້ນໄດ້ໂດຍການສະໜັບສະໜູນຂອງສໍານັກເມືອງ ຊາງເອຕຽນ (Saint-Étienne Métropole) ເຊິ່ງເປັນສ່ວນໜຶ່ງຂອງການຊ່ວຍເຫຼືອລ້າຈາກກອງທຶນໂຄງການສ້າງແຫຼ່ງນ້ໍາ. ຂໍຂອບໃຈຕໍ່ສໍານັກເມືອງທີາເຮັດໃຫ້ໂຄງການນີ້ເປັນໄປໄດ້.

