top of page

ຮ່ວມບໍລິຈາກ

ກ່ຽວກັບພວກເຮົາ

ສະມາຄົມ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນ້ຳຂອງ ແມ່ນສະມາຄົມສາມັກຄີສາກົນທີ່ເຮັດວຽກເພື່ອຊ່ວຍເຫຼືອການເຂົ້າເຖິງການບໍລິການດ້ານສຸຂະພາບໃຫ້ແກ່ບັນດາຊົນເຜົ່າຢູ່ທາງພາກເໜືອຂອງລາວ.

ຈໍານວນການປະຕິບັດພາລະກິດຂອງພວກເຮົາ

ການເຝິກອົບຮົມທາງການແພດ 40 ຄັ້ງ

ອາສາສະໝັກເຂົ້າຮ່ວມການຊ່ວຍເຫຼືອ 60 ທ່ານ

ໂຄງການກໍ່ສ້າງ 12 ແຫ່ງ

ນັກເດີນທາງແຫ່ງຄວາມສາມັກຄີ 6 ທ່ານ

ສະມາຊິກໃນ ປີ 2025 +100 ຄົນ

ໂຄງການຂອງພວກເຮົາໃນປີ 2025 ທີ່ໄກ້ຈະມາຮອດນີ້, ເຊິ່ງໃນປີ 2023 ເປັນປີທີ່ເຕັມໄປດ້ວຍໝາກຜົນສຳເລັດໃນວຽກງານຊ່ວຍເຫຼືອ ແລະ ມີບັນດາໂຄງການຕ່າງໆ.  ພວກ​ເຮົາ​ຂໍ​ຂອບ​ໃຈ​ຢ່າງ​ສູງຕໍ່​ກັບຜູ້​ໃຫ້​ທຶນ​​ທຸກທ່ານ, ຜູ້​ອຸ​ປະ​ຖໍາ ແລະ ອົງ​ການ​ຈັດ​ຕັ້ງ​ທີ່​ສະໜັບ​ສະ​ໜູນ​ພວກ​ເຮົາ​ໃນ​ພາ​ລະ​ກິດ​ທີ່ໄດ້ດໍາເນີນ.  ໃນປີ 2024, PEMM ໄດ້ຕັດສິນໃຈດໍາເນີນການພັດທະນາການຄຸ້ມຄອງສິ່ງເສດເຫຼືອໃນໃນໂຮງໝໍ: ຈຸດປະສົງຂອງພວກເຮົາແມ່ນເພື່ອຄໍານຶງເຖິງສະພາບແວດລ້ອມໃນການດູແລສຸຂະພາບ (ສິ່ງສໍາຄັນ) ຂອງບັນຫາການເຂົ້າເຖິງນ້ໍາ. ເນື່ອງຈາກວ່າສຸຂະພາບແມ່ນສິດທິສະເໝີພາບຂອງທຸກຄົນ, ເພາະມັນເປັນສ່ວນໜຶ່ງຂອງກຽດສັກສີຂອງມະນຸດ, ສະມາຄົມ PEMM ສູ້ຊົນເພື່ອສະໜອງການບໍລິການສຸຂະພາບ ທີ່ມີຄຸນນະພາບ ແລະ ເງື່ອນໄຂທີ່ດີໃຫ້ແກ່ປະຊາຊົນໃນພາກເໜືອຂອງປະເທດລາວ.  ສະນັ້ນ, ທ່ານຢ່າໄດ້ລັງເລ ແລະ ເຂົ້າຮ່ວມກັບພວກເຮົາໃນປີ 2024 ເພື່ອຮ່ວມການປະຈົນໄພແຫ່ງຄວາມສາມັກຄີສາກົນໃນພາກເໜືອຂອງລາວກັບພວກເຮົາ.

ໂຮງໝໍເຮືອເຄື່ອນທີ່: ແມ່ນການປະຈົນໄພດ້ານມະນຸດສະທໍາ ແລະ ການມີສ່ວນຮ່ວມຊ່ວຍເຫຼືອໃນເດືອນພະຈິກ ປີ 2023 ພາລະກິດໂຮງໝໍເຮືອເຄື່ອນທີ່ນີ້ ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 2. ເຊິ່ງໄດ້ຮັບການລິເລີ່ມໃນ ປີ 2022, ໂຄງການນີ້ສະໜອງການເຂົ້າເຖິງສຸຂະພາບໃຫ້ແກ່ປະຊາຊົນຂອງ 9 ບ້ານອ້ອມຂ້າງບ້ານຄົກກະ ທີ່ມີຄວາມຫຍຸ້ງຍາກໃຍການເຂົ້າເຖິງການປິ່ນປົວສຸຂະພາບ ເຊິ່ງເປັນເຂດຫ່າງໄກສອກຫຼີກຢູ່ລຽບຕາມລ້ອງແມ່ນໍ້າຂອງ.  ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກກອງທຶນລິເລີ່ມທ້ອງຖິ່ນຂອງການາດາ.

ພວກເຮົາຕ້ອງການທ່ານ ແລະ ຄວາມສາມັກຄີຂອງທ່ານ ໂຄງການ​ເຂົ້າຊ່ວຍເຫຼືອ​ຂອງ​ພວກ​ເຮົາ​ມີ​ຈຸດ​ປະ​ສົງ​ເພື່ອ​ຕອບ​ສະ​ໜອງ​ສິ່ງ​ທ້າ​ທາຍ​ສະ​ເພາະ​ຂອງ​ປະ​ເທດ​ລາວ, ຖ້າ​ຫາກ​ວ່າ​ຂາດການຊ່ວຍເຫຼືອຂອງທ່ານພວກເຮົາກໍ່ຈະບໍ່ສາມາດດໍາເນີນພາລະກິດດັ່ງກ່າວໄດ້​.  ພວກເຮົາຮຽກຮ້ອງຂໍຄວາມເອື້ອເຟື້ອເພື່ອແຜ່ຈາກທ່ານ.

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page