top of page

ສຸກສາລານໍ້າພວນ

ພາຍຫຼັງປະສົບຜົນສຳເລັດຈາກປະສົບການທີ່ຜ່ານມາ (ສຸກສາລາຂອງບ້ານສີບຸນເຮືອງ ໃນປີ 2015), ແພດສາທາລະນະສຸກຂອງແຂວງອຸດົມໄຊ (ພາກເໜືອຂອງລາວ) ໄດ້ຂໍໃຫ້ພວກເຮົາສ້າງສຸກສາລາໃໝ່ຢູ່ເມືອງນ້ຳພວນ.  ໂຮງ​ໝໍ​ແຫ່ງ​ນີ້​ໄດ້​ຮັບ​ການ​ອອກ​ແບບ​ເພື່ອ​ເປັນ​ບ່ອນ​ປ້ອງ​ກັນ, ດູ​ແລ, ເຝິກ​ອົບຮົມ ​ແລະ ສຶກສາ​ອົບຮົມ ​ເພື່ອ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ທີ່​ດ້ອຍ​ໂອກາດ ​ແລະ ຂາດການເຂົ້າເຖິງການແພດ.

 

ບ້ານນ້ຳພວນແມ່ນປະກອບດ້ວຍ 4 ບ້ານທີ່ຫ່າງໄກສອກຫຼີກຢູ່ໃນພູດອຍ (ບ້ານລາວ, ກຶມມຸ ແລະ ບ້ານມົ້ງ).  ​ເພື່ອ​ໄປ​ເຖິງ​ບ່ອນ​ນັ້ນ, ຕ້ອງ​ເດີນທາງໄກເຖິວ 40 ກິ​ໂລ​ແມັດ, ​ໃນ​ຍາມ​ຝົນແມ່ນເຂົ້າເຖິງຍາກທີ່ສຸດ.  ຄວາມຈິງແລ້ວຕ້ອງໃຊ້ເວລສຢ່າງຕໍ່າ 3 ຊົ່ວໂມງເພື່ອໄປໂຮງໝໍເມືອງ ແຕ່ກໍ່ຢູ່ໃນເງື່ອນໄຂທີ້ສະພາບດິນຟ້າອາກາດທີ່ເອື້ອອໍານວຍ!  ອຸບັດຕິເຫດ, ການເກີດລູກຍາກ ແລະ ເຫດການເກີດໃນເດັກເກີດໃໝ່ຕ້ອງໄດ້ຮັບການປິ່ນປົວ ແລະ ແກ້ໄຂຢູ່ສະຖານທີ່ດັ່ງກ່າວ, ເຊິ່ງແນ່ນອນວ່າຈະເພີ່ມຄວາມສ່ຽງຕໍ່ການຕາຍ.  ດັ່ງນັ້ນ, ຈໍາເປັນຕ້ອງມີສຸກສາລາການແພດຢູ່ໃກ້ໆເພື່ອຈໍາກັດຄວາມສ່ຽງເຫຼົ່ານີ້.

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page