top of page

ການເຝິກອົບຮົມ ແລະ ການດໍາເນີນງານ

ມາຮອດທ້າຍ ປີ 2023 ນີ້, ພວກເຮົາຂໍສະແດງຄວາມຂອບໃຈຢ່າງສູງ ຕໍ່ກັບບັນດາຜູ້ໃຫ້ທຶນຂອງພວກເຮົາ ທີ່ໄດ້ຊຸກຍູ້ໃຫ້ກອງປະຊຸມເຫຼົ່ານີ້ເກີດຂຶ້ນ.

ການເຝິກອົບຮົມດ້ານການແພດແມ່ນມີຄວາມຈໍາເປັນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນສາທາລະນະສຸກ.  ມີຈຸດປະສົງຄື: ເພື່ອໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນ, ທັກສະ ແລະ ມີອຸປະກອນເພື່ອເຮັດໃຫ້ເຂົາເຈົ້າມີບົດບາດອັນສໍາຄັນໃນການປັບປຸງຂະແໜງການແພດໃນລາວ.  ໃນປີ 2023 ທີ່ຈະ​ສິ້ນ​ສຸດ​ລົງນີ້, ເປັນ​ຊ່ວງ​ເວ​ລາ​ທີ່​ພິ​ເສດ​ສຳ​ລັບ ສະມາຄົມ PEMM, ໂດຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ.  ການເຝິກອົບຮົມຂອງພວກເຮົາແມ່ນເປັນໄປຢ່າງຕັ້ງໜ້າເຊິ່ງມີໝາກຜົນທີ່ດີ  ແລະ ມີຄວາມຫຼາກຫຼາຍເມື່ອທຽບກັບອາດີດທີ່ຜ່ານມາ, ເຊິ່ງມີການແບ່ງໄລຍະເຝິກອົບຮົມລະອຽດປະມານ 8 ພາກ, ລວມທັງສອງຫົວຂໍ້ໃໝ່ທີ່ສຳຄັນຄື: ພະຍາດເບົາຫວານ ແລະ ພາວະສຸກເສີນທາງການແພດ.  ການເຝີກອົບຮົມເຫຼົ່ານີ້ ແມ່ນໄດ້ຈັດຂຶ້ນຢູ່ໂຮງໝໍແຂວງ, ເຊິ່ງໄດ້ປັບເອົາວິທີການເຝິກອົບຮົມໃຫ້ແທດເໝາະກັບສະພາບຕົວຈິງເພື່ອໃຫ້ເໝາະສົມຕໍ່ສະພາບເງື່ອນໄຂ.  ປັດໃຈຫຼັກຂອງພາລະກິດຂອງພວກເຮົາໃນປີ 2023, ໂຄງການໄດ້ສະໜັບສະໜູນການເຝິກອົບຮົມ.  ພາຍໃຕ້ການນໍາພາອັນມີສະຕິປັນຍາຂອງທ່ານ ດຣ. ຊ໋ອງດຼິນ ຮາມີ (Sandrine HAMY), ແພດປິ່ນປົວທົ່ວໄປ, ແລະ ທ່ານນາງ ຈຸສຕິນ ບຸສກາເຣວ (Justine BOUSCAREL), ພະຍາບານທີ່ມີຄຸນວຸດທິ ແລະ ອາສາສະໝັກບໍລິການຊຸມຊົນຢູ່ ສະມາຄົມ PEMM, ພວກເຮົາໄດ້ນຳພາບຸກຄົນທີ່ມີຄຸນນະພາບເຂົ້າໃນພາລະກິດດັ່ງກ່າວ.  ການລິເລີ່ມພາລະກິດນີ້ໄດ້ເກີດຜົນຕໍ່ການເຝິກອົບຮົມ ໂດຍພວກເຮົາໄດ້ຈັດເຝິກອົບຮົມໃນໄລຍະຫຼາຍກ່ວາໜຶ່ງອາທິດໃນ 4 ສຸກສາລາທີ່ຢູ່ໃນແຂວງອຸດົມໄຊ.  ຄວາມ​ສາມັກຄີ​ນີ້​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເລິກ​ເຊິ່ງ​ດ້ານ​ວັດຖຸ, ມະນຸດ, ການບໍລິຫານ ​ແລະ ວັດທະນະທຳ​ ທີ່​ພວກເຮົາໄດ້ສ້າງສໍາພັນກັບບັນດາສຸກສາລາ​ຢູ່​ພາກ​ເໜືອ​ຂອງ​ລາວ.

"ການເຝິກອົບຮົມ, ການສະໜັບສະໜູນ, ການບໍລິການ"

 

ນີ້ແມ່ນເຫດຜົນທີ່ສະແດງວ່າ ສະມາຄົມ PEMM ໄດ້ເລືອກທີ່ຈະປະຕິບັດພາລະກິດ ໃນໄລຍະກາງ ແລະ ໄລຍະຍາວ. ການເຝິກອົບຮົມ ແລະ ການສະໜັບສະໜູນທາງການແພດ ແມ່ນມີຄວາມຈໍາເປັນເພື່ອເພີ່ມທະວີຄູນລະດັບການບໍລິການດ້ານສຸຂະພາບ, ແລະ ດັ່ງນັ້ນຊີວິດຂອງປະຊາຊົນຈຶ່ງໄດ້ຮັບການປິ່ນປົວ.

ບາດກ້າວຂອງພາລະກິດ. 

ການສະໜັບສະໜູນ ແມ່ນຈິດອາສາໃນການຊ່ວຍເຫຼືອເພື່ອນຮ່ວມງານດ້ານການບໍລິການສຸຂະພາບຂອງພວກເຮົາໃນຊີວິດປະຈໍາວັນ.  ເຊິ່ງບໍ່ແມ່ນຂໍ້ສົງໃສໃນການຊ່ວຍເຫຼືອແຕ່ມັນແມ່ນການສະໜັບສະໜູນພວກເຂົາ, ການໃຫ້ຄໍາແນະນໍາ ແລະ ສົ່ງເສີມໃຫ້ພວກເຂົາມີທັກສະການປະຕິບັດໜ້າທີ່ອັນສໍາຄັນໃນຍາມຈໍາເປັນ.  ຕົວແທນທີມງານຂອງພວກເຮົາແມ່ນຜູ້ຊ່ຽວຊານທີ່ໄດ້ຮັບການຍອມຮັບໃນການແບ່ງປັນປະສົບການຂອງເຂົາເຈົ້າໃຫ້ແກ່ພະນັກງານສາທາລະນະສຸກຂອງລາວ.  ພວກເຂົາແມ່ນອາສາສະໝັກທີ່ບໍ່ໄດ້ຮັບຄ່າຕອບແທນ. ຫຼັກສູດການເຝິກອົບຮົມທັງໝົດແມ່ນໄດ້ແປເປັນພາສາລາວ, ເຊິ່ງບັນດາແພດໝໍແມ່ນໄດ້ເຮັດໜ້າທີ່ເປັນນາຍແປພາສາເອງ.  ໂດຍທົ່ວໄປແລ້ວ, ອາທິດທໍາອິດທີ່ຕົວແທນຂອງສະມາຄົມໄດ້ກໍານົດການເຝິກອົບຮົມພາກທິດສະດີ, ການເຝິກອົບຮົມທາງຄຼີນິກໃຫ້ແກ່ພະນັກງານສາທາລະນະສຸກ ເຊິ່ງສ້າງຄວາມຊໍານານໃຫ້ພວກເຂົາໃນຊີວິດປະຈໍາວັນ ແລະ ການປັບຕົວເຂົ້າກັບສະພາບການ ແລະ ຄົນເຈັບ.  ອຸປະກອນການແພດແມ່ນມອບໃຫ້ຜູ້ຕາງໜ້າຂອງສຸກສາລາແຕ່ລະຄົນຂຶ້ນກັບໂຮງໝໍ.  ອາທິດທີສອງ, ຜູ້ຕາງໜ້າທີມງານສະມາຄົມໄດ້ໄປພົບປະກັບບັນດາສຸກສາລາທີ່ຢູ່ຫ່າງໄກສອກຫຼີກ, ເຂດພູດອຍທີ່ສູງຊັນ.  ການປະເມີນການເຝິກອົບຮົມແມ່ນອີງໃສ່ຄົນເຈັບໃນປະຈຸບັນ ແລະ ຄໍາຖາມຂອງທີມງານຂອງສະມາຄົມທີ່ໄດ້ກະກຽມມາ.  ການສະໜັບສະໜູນນີ້ຊ່ວຍໃຫ້ພວກເຮົາປະເມີນຄວາມຕ້ອງການອຸປະກອນການແພດຂອງສຸກສາລາ (ມັກຈະຂາດເຂີນອຸປະກອນທີ່ຈໍາເປັນທີ່ສຸດ) ແລະ ເປັນຈຸດໃຈກາງການປິ່ນປົວພື້ນຖານຂອງປະຊາຊົນທ້ອງຖິ່ນ.  ຂະບວນການສຸຂະອະນາໄມທີ່ພວກເຮົາເຂົ້າຮ່ວມແມ່ນຈັດຕັ້ງໂດຍການຮ່ວມມືກັບນາຍບ້ານ ແລະ ຜູ້ອໍານວຍການໂຮງຮຽນ.

ການເຝິກອົບຮົມ
ປະຈໍາປີ 2023

ຈໍານວນຜົນງານທີ່ສໍາຄັນໃນການປະຕິບັດພາລະກິດທີ່ຜ່ານມາສະແດງໃຫ້ເຫັນເຖິງໝາກຜົນທີ່ໄດ້ຮັບໃນປີ 2023:
- ໄດ້ຈັດການເຝິກອົບຮົມ 8 ຊຸດ, ກວມເອົາຜູ້ຮັບເຂົ້າຮ່ວມທັງໝົດ 119 ຄົນ (ໃນການເຝິກອົບຮົມ 94 ຄົນ ແລະ ຜູ້ຊ່ວຍສະໜັບສະໜູນ 25 ຄົນ), 
- ໂຮງໝໍແຂວງ 2 ແຫ່ງ, ໂຮງໝໍເມືອງ 4 ແຫ່ງ ແລະ ສຸກສາລາ 5 ແຫ່ງ ທີ່ໄດ້ເຂົ້າຮ່ວມການຮຽນ-ການສອນຂອງພວກເຮົາ; 
- ໃນການບໍລິຈາກອຸປະກອນການແພດຕີລາຄາເປັນຈໍານວນເງິນປະມານ 12,000 ເອີໂຣ ໄດ້ຖືກລະດົມເພື່ອຕອບສະໜອງອຸປະກອນການແພດທີ່ຈຳເປັນ ແລະ ເຄື່ອງອຸປະໂພກບໍລິໂພກ, 
- ເດັກ​ສອງ​ຄົນ​ທີ່​ມີ​ປາກ​ແຫວ່ງ​ໄດ້​ຮັບ​ການຊ່ວຍເຫຼືອປິ່ນປົວດ້ວຍ​ການ​ຜ່າ​ຕັດ​, 
- ໄດ້ມີການບໍລິການສຸຂະພາບດ້ານການປິ່ນປົວເດັກ ແລະ ກວດ ຫູ-ຕາ-ດັງ ໃຫ້ກັບສະມາຊິກໃໝ່ທີ່ສູນຄົນພິການຫູໜວກ ແລະ ຄົນປາກກືກຂອງແຂວງຫຼວງພະບາງ, ເຊິ່ງເປັນຄູ່ຮ່ວມງານທີ່ປະຕິບັດພາລະກິດຮ່ວມກັບສະມາຄົມ PEMM.

ບັນດາທ່ານໝໍຕົວແທນຂອງສະມາຄົມໄດ້ຂຽນການປະເມີນພາລະກິດເຝິກອົບຮົມຢ່າງລະອຽດ, ການໄປຢ້ຽມຢາສຸກສາລາ ແລະ ອຸປະກອນການແພດທີ່ນໍາໄປຊ່ວຍເຫຼືອ. ທ່ານສາມາດອ່ານບົດລາຍງານການປະເມີນຜົນສະບັບຫຼ້າສຸດຂອງພາລະກິດການແພດທີ່ເມືອງໃໝ່ໃນເດືອນຕຸລາ ປີ 2022. ບົດລາຍງານການປະເມີນຜົນແມ່ນສາມາດຮ່ວມປຶກສາຫາລືລະຫວ່າງຜູ້ໃຫ້ທຶນແກ່ຫຼັກສູດການຝຶກອົບຮົມ ແລະ ສະມາຊິກຂອງສະມາຄົມ. ໃນ​ຖາ​ນະ​ອາ​ສາ​ສະ​ໝັກ, ທ່ານ​ໝໍ​ຂອງ​ພວກ​ເຮົາ​ແມ່ນໃຊ້ງົບ​ຄ່າ​ໃຊ້​ຈ່າຍ​ຂອງ​ເຂົາ​ເຈົ້າ​ເອງ. ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ ແລະ ​ອາ​ສາ​ສະ​ໝັກ​ຂອງ​ສະ​ມາ​ຄົມ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ​ແມ່ນ​ໄດ້​ຖືກ​ຫັກ​ພາ​ສີກັບລັດທະບານ. ພວກເຮົາຕ້ອງການທ່ານໝໍທີ່ມີວິຊາສະເພາະທຸກດ້າ, ທ່ານໃດສົນໃຈຢາກຮຽນຮູ້ຂໍ້ມູນເພີ່ມຕື່ມ ເພື່ອເປັນຜູ້ຕາງຂອງສະມາຄົມ ຫຼື ຢາກໄປຮ່ວມພາລະກິດກັບພວກເຮົາທີ່ປະເທດລາວ ທ່ານສາມາດຕິດຕໍ່ໄດ້ທາງອີເມລ໌: gensetmontagnesdumekong@gmail.com ຫຼື ໂທ 09 81 36 40 54.

Capture d’écran 2021-09-24 à 17.40.49
Capture d’écran 2021-09-24 à 17.40.31
IMG_3593
DSC00228
IMG_3860
Marie Odile1
Fin de mission

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page