ບ້ານພູວຽງ, ຄວາມສາມາດໃນການເຂົ້າ ເຖິງນໍ້າສໍາຫຼັບທຸກຄົນ
ຫາກທ່ານສໍານຶກພາບວ່າ, ທຸກໆມື້, ຕ້ອງຍ່າງ 300 ແມັດ ພ້ອມດ້ວຍແບກຖັງນໍ້າໜັກ, ຍ່າງຂຶ້ນ ແລະ ລົງ ເນີນພູທີ່ສູງ 15 ແມັດ ເພື່ອກັບຄືນໄປບ່ອນຕັກນໍ້າ, ທັງໝົດພຽງແຕ່ໃຫ້ມີນ້ໍາໃຊ້. ນີ້ແມ່ນຄວາມເປັນຈິງຂອງປະຊາຊົນບ້ານພູວຽງ, ເຊິງເປັນໝູ່ບ້ານເຜົ່າມົ້ງທີ່ມີຄວາມສະຫງົບ ແຕ່ປະເຊີນໜ້າກັບການສະພາບຂາດເຂີນນໍ້າໃຊ້ ແລະ ມີຂໍ້ຈໍາກັດໃນການເຂົ້າເຖິງນໍ້າ. ພວກເຮົາມຸ່ງໝັ້ນທີ່ຈະປ່ຽນແປງຄວາມຫຍຸ້ງຍາກນີ້ໃຫ້ດີຂຶ້ນ.

ສະພາບການ ແລະ ຄວາມເປັນຈິງໃນຊີປະຈໍາວັນ
ຢູ່ທີ່ບ້ານພູວຽງ, ນ້ຳເປັນສິ່ງທີ່ມີຄ່າ, ແຕ່ການເຂົ້າເຖິງນໍ້າເປັນສິ່ງທີ່ທ້າທາຍໃນແຕ່ລະມື້. ໂດຍມີແຫຼ່ງນ້ຳຕົ້ນຕໍຢູ່ຫ່າງຈາກບ້ານ 300 ແມັດ ແລະ ອີກແຫຼ່ງທີສອງແມ່ນຫ່າງຈາກບ້ານໄປອີກ 3,7 ກິໂລແມັດ, ປະຊາຊົນຕ້ອງແລ່ນຈຸດສົ່ງນ້ຳຢູ່ລະຫວ່າງສອງຈຸດນ້ຳດັ່ງກ່າວ, ເຖິງແມ່ນວ່າຄຸນນະພາບນໍ້າຍັງບໍ່ແນ່ນອນ. ນ້ໍາບໍ່ມີມາດຖານຄວບຄຸມທີ່ເຮັດໃຫ້ມັນສາມາດດື່ມໄດ້, ມີພຽງການຕົ້ມແມ່ນການແກ້ໄຂໃນເບື້ອງຕົ້ນ. ແຕ່ໜ້າເສຍດາຍ, ຄວາມສ່ຽງຕໍ່ການປົນເປື້ອນຍັງມີຢູ່ຫຼາຍ, ເຮັດໃຫ້ຊຸມຊົນເກີດຄວາມສ່ຽງມີພະຍາດຕິດຕໍ່ທາງນ້ໍາ. ຢ່າງໃດກໍຕາມ, ໃນເບື້ອງຫຼັງຂອງເງື່ອນໄຂ ແລະ ຄວາມເປັນຈິງເຫຼົ່ານີ້ແມ່ນສິ່ງທີ່ເກີດຂຶ້ນກັບມະນຸດ. ຈິນຕະນາການວ່າເດັກຍິງເຫຼົ່ານີ້ທີ່ມີອາຍຸຕໍ່າກວ່າ 15 ປີ, ເປັນນສ່ວນຮ້ອຍ 11% ຂອງພວກເຂົາເດີນທາງດ້ວຍການຍ່າງໄປແຫຼ່ງນ້ໍາ, ໄດ້ເສຍສະລະການສຶກສາຂອງພວກເຂົາເພື່ອຕອບສະໜອງຄວາມຕ້ອງການນໍ້າອັນສໍາຄັນນີ້. ສໍາລັບແມ່ຍິງ ແລະ ຊາວໜຸ່ມຜູ້ຍິງເຫຼົ່ານີ້, ນ້ໍາບໍ່ພຽງແຕ່ເປັນຄໍາຖາມຂອງສຸຂະພາບ, ແຕ່ຍັງເປັນອຸປະສັກຕໍ່ການພັດທະນາທັກ ແລະ ການສຶກສາຂອງເຂົາເຈົ້າ.
ການດໍາເນີນການກໍ່ສ້າງ...
![]() | ![]() | ![]() | ![]() |
---|---|---|---|
![]() | ![]() |
ການສະໜອງການເຂົ້າເຖິງແຫຼ່ງນ້ໍາທີ່ປອດໄພສໍາລັບທຸກຄົນ
ສະຖານທີ່ກໍ່ສ້າງກໍາລັງຈະສໍາເລັດ, ມີກໍານົດການເພື່ອປະເມີນຜົນສຸດທ້າຍໃນທ້າຍເດືອນມັງກອນ
ຄູ່ຮວມງານ


ໂຄງການນີ້ເກີດຂຶ້ນໄດ້ໂດຍການສະໜັບສະໜູນຂອງລັດວິສະຫະກິດນໍ້າປະປາແຂວງລີຢົງ ແລະ ສໍານັກແຂວງລີຢົງ