top of page

ການເດີນທາງສາມັກຄີໄຊ

kuang-si-waterfalls-luangprabang-01.jpg
ພວກ​ເຮົາ​ຈັດ​ຕັ້ງ​ການ​ທ່ອງ​ທ່ຽວ​ສາ​ມັກ​ຄີ​ໄຊ ຢູ່​ທາງພາກ​ເໜືອ​ຂອງ​ລາວ​ ເຊິ່ງການພົບປະກັບຄົນລາວແມ່ນເຕັມໄປດ້ວຍຄວາມອົບອຸ່ນ, ການ​ແລກ​ປ່ຽນ ​ແລະ ​ສ້າງມິດ​ຕະ​ພາບ. ຂອງພວກເຮົານໍາສະເໜີການເດີນທາງສຸດພິເສດ ແລະ ທຸກຄົນສາມາດເຂົ້າເຖິງໄດ້. ທ່ານ​ຈະ​ໄດ້​ພົບ​ປະ​ກັບ​ຊົນເຜົ່າ​ລາວ (​ເຜົ່າ​ມົ້ງ, ຂະ​ມຸ, ອາ​ຄາ) ​ແລະ ທ່ານ​ຈະ​ໄດ້ສໍາພັດເຖິງການ​ຕ້ອນຮັບທີ່ອົບອຸ່ນ, ວິຖີ​ຊີວິດ ​ແລະ ຄວາມ​ອຸດົມສົມບູນ​ຂອງ​ວັດທະນະທຳ​ຂອງ​ເຂົາ​ເຈົ້າ. ນອກນັ້ນ, ທ່ານຍັງຈະໄປຢ້ຽມຢາມສະຖານທີ່ກໍ່ສ້າງຂອງໂຄງການຕ່າງໆຂອງພວກເຮົາ ແລະ ພົບກັບປະຊາຊົນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.

ໂຄງ​ການທ່ອງທ່ຽວສາມັກຄີນີ້​ ແມ່ນ​ມີຄວາມຫຼາຫຫຼາຍ ເຊັ່ນ: ປະເພດການທ່ອງທ່ຽວ ແລະ ສະຖານທີ່. ຈາກ​ເມືອງ​ຫຼວງ​ພະ​ບາງ​ໄປ​ຮອດ​ບ້ານ​ມົ້ງ​ ແລະ​ ບ້ານ​ຂະ​ມຸ, ພວກ​ເຮົາ​ຈະ​ເດີນທາງຕາມ​ແມ່​ນ້ຳ​ອູ​ ແລະ​ ຊື່ນຊົມຄວາມອຸດົມສົມບູນທາງທໍາມະຊາດ​ ແລະ ​ຄວາມຫຼາກຫຼາຍ ​ຢູ່ທາງພາກ​ເໜືອ​ຂອງ​ລາວ ກໍ່ຄືວັດທະນະທຳ ​ແລະ​ ປະຊາຊົນພື້ນທີ່. ການທ່ອງທ່ຽວນີ້ ແມ່ນຖືກຈັດຂຶ້ນພາຍໃຕ້ສະມາຄົມຂອງພວກເຮົາ, ສະນັ້ນ ແຜນການເດີນທາງແມ່ນອີງຕາມຄວາມປາຖະໜາຂອງຜູ້ເຂົ້າຮ່ວມ ແລະ ສະພາບການໂຕຈິງທີ່ເໝາະສົມແກ່ການເດີນທາງ.

 

ເນື່ອງຈາກມີການລະບາດຂອງພະຍາດ ໂຄວິດ-19 (Covid-19), ພວກເຮົາບໍ່ສາມາດຈັດຕັ້ງການເດີນທາງໃນປີ 2020 ແລະ 2021, ແຕ່ພວກເຮົາວາງແຜນທີ່ຈະເດີນທາງໃນປີ 2022 ໃນໄລຍະເທດສະການວັນຂອບໃຈພະເຈົ້າ ( La Toussaint).

ການເດີນທາງເຫຼົ່ານີ້ອາດມີໂອກາດໃນການໄດ້ຮັບ "ສ່ວນຫຼຸດ", ເຊິ່ງສາມາດຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງຂອງທ່ານຢ່າງຫຼວງຫຼາຍ. ໃນຂະດຽວກັນ ການເດີນທາງນີ້ຍັງເປັນສ່ວນໜຶ່ງໃນກອງທຶນພາລະກິດທາງການແພດຂອງພວກເຮົາ. ເຊິ່ງການທ່ອງທ່ຽວແບບມີສ່ວນຮ່ວມນີ້້ແມ່ນຢູ່ພາຍໃຕ້ໂຄງການຂອງສະມາຄົມ ນັກເດີນທາງແມ່ນຕ້ອງຂົ້າເປັນສະມາຊິກສະມາຄົມ. ຄ່າລົງທະບຽນສະມາຊິກ: 35 ເອີໂຣ.

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page