top of page

ກ່ຽວກັບພວກເຮົາ

" ເມື່ອ​ມະນຸດມີຄວາມອຶດຫິວ​,​ ສອນວິທີຫາປາໃຫ້ ​ແມ່ນດີ​ກວ່າ​ການເອົາປາໃຫ້ພວກເຂົາ " ທິດສະດີຂົງຈື້

ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນ້ຳຂອງ ແມ່ນສະມາຄົມສາມັກຄີສາກົນ, ທີ່ມີບົດບາດ ແລະ ຖືກຍອມຮັບໃນສັງຄົມ.  ສ້າງຕັ້ງຂື້ນໃນເດືອນ ມິຖຸນາ ປີ 2011 ໂດຍປະຊາຊົນທີ່ປາດຖະໜາຢາກຊ່ວຍເຫຼືອເພື່ອມະນຸດ ແລະ ຊົນເຜົ່າ ທີ່ອາໄສຢູ່ລຽບແມ່ນ້ຳຂອງ ແລະ ໃນເຂດພູດອຍທີ່ຫ່າງໄກສອກຫຼີກຢູ່ທາງພາກເໜືອຂອງລາວ.

 

ພາຍຫຼັງ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວພາລະກິດ ​ດ້ານ​ການ​ແພດ​ຫຼາຍ​ຄັ້ງ​ຢູ່​ເຂດບ້ານທີ່​ຫ່າງ​ໄກ​ສອກຫຼີກ, ສະມາຄົມ​ໄດ້​ກ້າວ​ໄປ​ສູ່​ຈຸດໝາຍ​ໃໝ່.

1. ສະໜັບສະໜູນການດຳເນີນການເຝິກອົບຮົມໄລຍະກາງ ແລະ ໄລຍະຍາວ, ພ້ອມທັງເປັນການຮັບປະກັນການພັດທະນາແບບຍືນຍົງ.

2. ຄໍານຶງເຖິງສະພາບແວດລ້ອມບ່ອນເຮັດວຽກຂອງບຸກຄະລາກອນສາທາລະນະສຸກ ທີ່ພວກເຮົາມີສ່ວນຮ່ວມໃນການສ້າງໂຄງການນໍ້າລິນ ເພື່ອເປັນການສະໜອງໃຫ້ມີສະພາບແວດລ້ອມທີ່ດີໃນການເຮັດວຽກ ແລະ ມີສຸຂະພາບທີ່ດີຂຶ້ນ.

3. ການປະຕິບັດພາລະກິດຂອງພວກເຮົາແມ່ແນໃສ່ໃນການໃກ້ຊິດຕິດແທດກັບປະຊາຊົນໃນເຂດດັ່ງກ່າວ, ໂດຍສະເພາະແມ່ນຜ່ານການສະໜັບສະໜູນຂອງທ້ອງຖິ່ນສໍາລັບບຸກຄະລາກອນແພດໝໍ ໃນສຸກສາລາ ແລະ ໂຮງໝໍເມືອງ.

ປະຫວັດຫຍໍ້

map Laos.jpeg

ຄວາມຈິງແລ້ວ ການປະຕິບັດພາລະກິດຂອງພວກເຮົາທີ່ສຸມໃສ່ປະເທດລາວ ແມ່ນຍ້ອນປະຫວັດສາດຄວາມເປັນມາຂອງປະເທດລາວ ເຊິ່ງຈະມີໂອກາດໄດ້ພົບກັບບັນດາຊົນເຜົ່າຕ່າງໆທີ່ຫຼາກຫຼາຍ.  ພວກເຮົາໄດ້ພົບເຫັນກັບຄວາມທ້າທາຍ ກໍ່ຄືຄວາມທຸກຍາກ ແລະ ຂໍ້ຈໍາກັດໃນການດໍາລົງຊີວິດປະໍາວັນຂອງບັນດາຊົນເຜົ່າກຸ່ມນ້ອຍເຫຼົ່ານີ້. ນອກນີ້ ພວກເຮົາຍັງໄດ້ຫຼົງສະເນ່ຄວາມງາມຂອງປະເທດລາວ, ຄວາມອຸດົມສົມບູນຂອງວັດທະນະທໍາ ແລະ ຈິດໃຈອັນດີງາມຂອງປະຊາຊົນລາວ.

ພວກ​ເຮົາ​ໄດ້​ສືບ​ຕໍ່​ກັບ​ຄືນ​ມາຢ້ຽມຢາມປະ​ເທດ​ລາວ​ທຸກໆ​ປີ ຊຶ່ງ​ພວກ​ເຮົາ​ໄດ້​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ກັບ​ປະຊາຊົນລາວ​ເປັນ​ຈຳນວນ​ຫຼວງຫຼາຍ.  ອັນສຸດທ້າຍແມ່ນເຄື່ອງຊ່ວຍເຫຼືອທີ່ມີຄຸນຄ່າ ແລະ ຂາດບໍ່ໄດ້ຄືຄວາມເຂົ້າໃຈຕໍ່ກັບປະເທດລາວ, ສະພາບການ ແລະ ວັດທະນະທຳຂອງລາວ.  ປະຊາຊົນລາວໄດ້​ອໍານວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ໂຄງການການຊ່ວຍເຫຼືອຂອງ​ພວກ​ເຮົາ ​ແລະ ​ໃນ​ມື້​ນີ້​ໄດ້​ສ້າງສໍາພັນ​ໃນການ​ສະໜັບ​ສະ​ໜູນ​ທີ່​ສະ​ມາ​ຄົມ​ສາ​ມາດ​ອີງ​ໃສ່.

 

ພວກເຮົາໄດ້ໄປຢ້ຽມຢາມຫຼາຍບ້ານເຊັ່ນ: ບ້ານຊົນເຜົ່າລາວລຸ່ມ, ເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າອາຄາ ທີ່ຢູ່ນອກສະຖານທີ່ທ່ອງທ່ຽວ ແລະ ຕົກໃນເງື່ອນໄຂທີ່ຫຍຸ້ງຍາກຫຼາຍດ້ານ, ໂດຍສະເພາະໃນດ້ານການທ່ອງທ່ຽວ.  ພວກ​ເຮົາ​ໄດ້​ຮັບ​ການ​ຕ້ອນຮັບ​ດ້ວຍ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່​ຈາກ​ປະຊາຊົນ​ເຫຼົ່າ​ນີ້ ​ເຊິ່ງພວກ​ເຮົາ​ໄດ້​ໃຊ້​ຊີວິດ​ປະຈຳ​ວັນຕິດແທດກັບປະຊາຊົນ ​ແລະ ​ໄດ້​ຕີ​ລາຄາ​ສະພາບ​ການດໍາລົງຊີວິດ ​ແລະ ຄວາມສາມາດດ້ານ​ເສດຖະກິດໃນການດໍາລົງຊີວິດປະຈໍາວັນ.  ການພົບປະເຫຼົ່າ​ນີ້​ໄດ້​ເປີດໂອກາດ​ໃຫ້​ພວກ​ເຮົາ​ເຂົາຮ່ວມໃນ​ງ​ປະ​ຊຸມ​ບ້ານ​, ເພື່ອ​ກໍາ​ນົດ​ ແລະ​ ປະ​ເມີນ​ຄວາມ​ຕ້ອງ​ການ​ທີ່ຈໍາເປັນໃນລະດັບ​ງ່າຍ​ທີ່​ສຸດ​ເຖິງ​ສະ​ລັບ​ສັບ​ຊ້ອນ​ທີ່​ສຸດ​.  ພວກເຮົາເຫັນວ່າ ດ້ວຍເຫດຜົນທາງປະຫວັດສາດ ແລະ ວັດທະນະທໍາ, ປະຊາຊົນຈໍານວນຫຼາຍຂອງບັນດາບ້ານເຫຼົ່ານີ້ຂາດໂອກາດເຂົ້າເຖິງການບໍລິການສຸຂະພາບ. ຍ້ອນສະພາບການອັນຫຍຸ້ງຍາກນີ້ ເຮັດໃຫ້ພວກເຮົາກໍານົດບູລິມະສິດກ່ຽວກັບບັນຫາສຸຂະພາບ ແລະ ສຸກຂະອະນາໄມໃຫ້ແກ່ພວກເຂົາ: ພວກເຮົາໄດ້ຈັດເຝິກອົບຮົມທາງການແພດໃຫ້ແກ່ແພດໝໍລາວ ພ້ອມດ້ວຍການສົ່ງເສີມ ແລະ ສະໜູນສະໜູນໂຄງການນ້ໍາລິນ.

 

ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບກະຊວງສາທາລະນະສຸກ.  ເອກະສານສະບັບນີ້ ສະແດງເຖິງຄວາມປາຖະໜາລວມຂອງສອງຝ່າຍທີ່ຈະຮ່ວມມືກັນເຮັດວຽກ ແລະ ປັບປຸງນະໂຍບາຍດ້ານສາທາລະນະສຸກຂອງລາວ.  ຂອບເຂດການເຄື່ອນໄຫວຂອງສະມາຄົມ ແມ່ນເພື່ອເຂົ້າມາຊ່ວຍເຫຼືອເຊິ່ງຕ້ອງດໍາເນີນພາຍໄຕ້ກົດໝາຍ ແລະ ກົດລະບຽບຂອງ ສປປ ລາວ ທີ່ໄດ້ກໍານົດໄວ້.  ພວກເຮົາເຂົ້າມາໃນປະເທດລາວ ເພື່ອໃຫ້ການຊ່ວຍເຫຼືອ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ຜູ້ດ້ອຍໂອກາດ, ໂດຍບໍ່ຈໍາແນກຊົນເຜົ່າ ຫຼື ເພດ.  ດັ່ງນັ້ນ, ສັນຍາຮ່ວມມືທີ່ພວກເຮົາໄດ້ລົງນາມກັບໂຮງໝໍແຂວງອຸດົມໄຊຈຶ່ງດໍາເນີນໄປໃນທິດທາງນີ້.

ປະເທດລາວ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 70% ແມ່ນກວມເອົາເຂດພູດອຍ ແລະ ພູພຽງ.  ປະຊາກອນລາວມີປະມານ 7,200,000 ຄົນ, ໃນນັ້ນ 60% ຍັງອາໄສຢູ່ໃນເຂດຊົນນະບົດ ຫຼື ເຂດພູດອຍ.

 

ລາວປະກອບມີເຖິງ 68 ຊົນເຜົ່າທີ່ແຕກຕ່າງກັນ.  ປະເທດລາວ, ເມື່ອເວົ້າເຖິງປະຫວັດສາດ, ພູມສັນຖານ ແລະ ຄວາມຫຼາກຫຼາຍຂອງຊົນເຜົ່າ, ຍັງຄົງເປັນປະເທດທີ່ທຸກຍາກທີ່ສຸດໃນອາຊີຕາເວັນອອກສຽງໃຕ້.

ຄຸນຄ່າຂອງພວກເຮົາ:

ມະນຸດສະທໍາ

ຄວາມສາມັກຄີ

ການແບ່ງປັນ

ຄວາມອົດທົນ

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page