top of page
ຫ້ອງການສະມາຄົມ
Il n'y a aucun article à afficher pour le moment.
ຮ້ານວາງສະແດງທີ່ຫ້ອງການສະມາຄົມບໍ່ໄດ້ສ້າງຂື້ນເພື່ອຈຸດປະສົງທາງການຄ້າ. ເຄື່ອງຫັດຖະກໍາທີ່ພວກເຮົານໍາມາຈາກປະເທດລາວ ເຊິ່ງຜະລິດໂດຍໄວໜຸ່ມພິການ ຈາກສູນຄົນພິການຫູໜວກ ແລະ ປາກກືກຈາກແຂວງຫຼວງພະບາງ. ສູນຄົນພິການແຫ່ງນີ້ແມ່ນໄດ້ຮັບຜົນປະໂຫຍດໂດຍກົງຈາກລາຍຮັບຂອງການຂາຍເຄື່ອງຫັດຖະກໍາເຫຼົ່ານີ້. ສໍາລັບລາຍການເຄື່ອງຫັດຖະກໍາອື່ນໆໃນຮ້ານ, ຜົນກໍາໄລທັງໝົດແມ່ນລົງທຶນໂດຍກົງຈາກໂຄງການມະນຸດສະທໍາຂອງສະມາຄົມ.
ການຊື້ເຄື່ອງຫັດຖະກໍາຈາກຮ້ານຂອງພວກເຮົາແມ່ນເປັນການສະໜັບສະໜູນ ແລະ ເປັນສ່ວນໜຶ່ງໃນການຊ່ວຍພວກເຮົາພັດທະນາໂຄງການ. ພວກເຮົາຍຶດໝັ້ນ ແລະ ຮູ້ບຸນຄຸນໃນຄວາມມີນໍ້າໃຈຂອງທ່ານ.
ຫ້ອງການຂອງສະມາຄົມ PEMM
ຮູບພາບຂອງປະເທດລາວ
ບັນດາຮູບພາບນີ້ແມ່ນແຕ້ມໂດຍ ທ່ານາງ ເຮແລນ ບາເຕລີເຢ (Hélène BATELLIER), ເຊິ່ງເປັນແພດເດັກທີ່ຕາງໜ້າໃຫ້ກັບສະມາຄົມ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ. ເຊິ່ງໃນໄລຍະການເດີນທາງເພື່ອເຂົ້າຮ່ວມກິດຈະກໍາດ້ານມະນຸດສະທໍາແມ່ນໄດ້ເປີດໂອກາດໃຫ້ຜູ້ກ່ຽວໄດ້ພົບເຫັນທັດສະນີຍະພາບອັນສວຍງາມຂອງປະເທດ ແລະ ເກີດແຮງບັນດານໃຈໃນການແຕ້ມຮູບພາບດັ່ງກ່າວ
ຮູບພາບດັ່ງກ່າວແມ່ນໄດ້ວາງສະແດງຢູ່ທີ່ຮ້ານຄ້າຂອງສະມາຄົມ, ຖ້າທ່ານສົນໃຈຮູບພາບ, ທ່ານສາມາດ ກົດທີ່ນີ້ ເພື່ອຕິດຕໍ່ກັບຜູ້ກ່ຽວໂດຍກົງ.

4 Place St Roch
42100 Saint-Étienne
France
4 ປຼາດ ຊາງຄັອກ 42100 ແຂວງຊາງເອຕຽນ, ປະເທດຝຣັ່ງ
ເວລາລັດຖະການ :
ວັນຈັນ, ວັນຄານ, ວັນພະຫັດ ເວລາ 14 ໂມງ ຫາ 17 ໂມງ
ວັນພຸດ ແລະ ວັນສຸກ ເວລາ 9 ໂມງ ຫາ 12ໂມງ ແລະ 14 ໂມງ ຫາ 17 ໂມງ
ປະຊາຊົນ ແລະ ພູດອຍ
ຕາມລ້ອງແມ່ນໍ້າຂອງ
ຕິດຕໍ່ທີ່ : 09 81 36 40 54
© Peuples et Montagnes du Mékong. Association loi 1901.
© ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ. ກົດໝາຍໝາຍວ່າດ້ວຍສະມາຄົມ 1901.
bottom of page