top of page

ຄູ່ຮ່ວມງານ

39_edited.jpg

ພວກເຮົາໄດ້ຮ່ວມມືກັບຄູ່ຮ່ວມງານໃນການປະຕິບັດພາລະກິດ ແມ່ນເພື່ອແນໃສ່ຄຸນນະພາບຂອງໂຄງການ: ການແລກປ່ຽນເຕັກນິກທາງດ້ານການເງິນ ແລະ ດ້ານວິຊາການເຫຼົ່ານີ້ຊ່ວຍໃຫ້ພວກເຮົາສາມາດປັບປຸງການປະຕິບັດວຽກງານໃຫ້ມີໝາກຜົນ. 

ຄູ່ຮ່ວມງານ

download.jpg

ອົງການຊ່ວຍເຫຼືອເດັກນ້ອຍໃນທະວີບອາຊີ (Enfant d’Asie) ແມ່ນອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດທະບານ ທີ່ໃຫ້ການສະໜັບສະໜຸນແກ່ເດັກນ້ອຍໃນອາຊີຕາເວັນອອກສຽງໃຕ້.  ເປົ້າໝາຍຫຼັກຂອງໂຄງການແມ່ນ: ຊ່ວຍເຫຼືອເດັກທຸກຍາກໃຫ້ສາມາດເຂົ້າເຖິງການສຶກສາ.  ສໍາລັບໂຄງການນໍ້າປະປາຂອງພວກເຮົາໃນລາວ, ອົງການດັ່ງກ່າວແມ່ນກໍາລັງກະກຽມສ້າງຫໍພັກທີ່ມີຄຸນນະພາບສໍາລັບນັກຮຽນຢູ່ທີ່ໂຮງຮຽນກິນນອນ.

 

ສະມາຄົມ PEMM ແມ່ນຮັບໜ້າທີ່ສະໜອງນ້ໍາປະປາໃຫ້ໂຮງຮຽນກິນນອນ ເຊິ່ງນັກຮຽນຈະໄດ້ໃຊ້ນໍາໃນອານາຄົດອັນໄກ້ນີ້.
ໂຄງການນີ້ແມ່ນເປັນຕົວຢ່າງທີ່ດີ ຂອງການຮ່ວມມືລະຫວ່າງອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດທະບານທັງສອງອົງການຄື: ມີຄວາມສາມັກຄີຢູ່ໃນທຸກລະດັບການຮ່ວມມື.

ຜູ້ໃຫ້ທຶນຂອງພວກເຮົາ

ອົງການກຼິດ (la Guilde) ໄດ້ສະໜອງທຶນໃຫ້ແກ່ບັນດາໂຄງການຕ່າງໆຂອງພວກເຮົາໂດຍຜ່ານລະບົບອົງການຈັດຕັ້ງຈຸລະພາກຕາມນະໂຍບາຍການສະໜັບສະໜູນ, ພວກເຮົາສາມາດສ້າງນໍ້າລິນໃຫ້ບ້ານຈອມອົງ ແຕ່ຍັງຕ້ອງສ້າງສຸຂາພິບານທີ່ຈຳເປັນຢູ່ສຸກສາລາ.
ຂໍຂອບໃຈຕໍ່ຄວາມໄວ້ວາງໃຈຂອງອົງການກຼິດ, ພວກເຮົາໄດ້ສໍາເລັດໂຄງການທີ່ສໍາຄັນໃນປີ 2021.

log-agencemicroprojets2.png
Capture d’écran 2021-12-08 à 14.37.09.png
Capture d’écran 2021-10-27 à 10.13_edited.jpg

ລັດວິສະຫະກິດນໍ້າປະປາເມືອງລີຢົງ (Le Fonds d’Eau de Lyon) ແລະ ເມືອງລີຢົງ (Métropole de Lyon) ທີ່ສະໜັບສະໜູນທຶນຮອນໃຫ້ແກ່ໂຄງການສ້າງນ້ໍາລິນເມື່ອບໍ່ດົນມານີ້. ທຶນດັ່ງກ່າວແມ່ນມີຄວາມຈຳເປັນ ໃນການສະໜອງນໍ້າໃຊ້ໃຫ້ແກ່ປະຊາຊົນຈໍານວນ 1,000 ຄົນ ຂອງບ້ານຈອມອົງ ຢູ່ທາງພາກເໜືອຂອງລາວ. ໂຄງການດັ່ງກ່າວໄດ້ຮັບໝາກຜົນຍ້ອນການສະໜັບສະໜູນຂອງທ່ານ.

ອົງການກິວານິ (Kiwanis) ຂອງເມືອງຊາງເອຕຽນ (Saint-Étienne) ສະຫໜັບສະໜູນພາລະກິດຂອງພວກເຮົາທຸກໆປີ. ຄຳ​ຂວັນ​ຂອງ​ອົງການດັ່ງກ່າວ​ແມ່ນ "ຊ່ວຍເຫຼືອອຸປະຖໍາ​ເດັກ​ນ້ອຍ​ໃນທົ່ວ​ໂລກ", ແລະ ​ຮ່ວມ​ກັນ​ປັບ​ປຸງ​ພັດທະນາສຸ​ຂະ​ອະ​ນາ​ໄມ​ອາ​ໃຫ້​ແກ່​ລູກ​ຫຼານ​ລາວໃຫ້ດີຂຶ້ນ.

Capture d’écran 2022-03-10 à 11.10.04.png
grenoble.png
unnamed.png
unnamed (1).png

ຜູ້ອຸປະຖໍາຂອງພວກເຮົາ

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page