top of page
ການສະໜອງແຫຼ່ງນໍ້າໃຫ້ແກ່ບ້ານອະໂນ
ສູນສຸຂະພາບປະຈໍາບ້ານອະໂນບໍ່ສາມາດເຂົ້າເຖິງແຫຼ່ງນໍ້າໃນຕອບສະໜອງການປິ່ນປົວດູແລສຸຂະພາບຂັ້ນຕົ້ນ. ຄົນເຈັບແມ່ນຈໍາຕ້ອງໄດ້ຕັກນ້ໍາໃສ່ຄຸມານໍາໃຊ້ເອງທີ່ສູນ. ຕາມນະໂຍບາຍການປ້ອງກັນ ແລະ ການສຶກສາສຸຂະພາບຂອງສະມາຄົມ, ພວກເຮົາຍິນດີຂໍເປັນສ່ວນໜຶ່ງໃນການມີສ່ວນຮ່ວມ ການກໍ່ສ້າງອ່າງນ້ຳທີ່ສາມາດສະໜອງນ້ຳສະອາດໃຫ້ພຽງພໍ ເພື່ອນໍາໃຊ້ເຂົ້້າໃນການປິ່ນປົວສຸຂະພາບ ແລະ ສະກັດກັ້ນການເກີດພະຍາດທີ່ມີສາເຫດເກີດຈາກນ້ຳ.
ອົງການສ້າງແຜນໂຄງການຂະໜາດນ້ອຍ (Micro Projets) ໄດ້ສະໜອງເງິນທຶນຊ່ວຍເຫຼືອໃຫ້ແກ່ສະມາຄົມຂອງພວກເຮົາຈຳນວນ 5,136 ເອີໂຣ ສຳລັບໂຄງການການກໍ່ສ້າງອ່າງເກັບນ້ຳ.
ໂຄງການດັ່ງກ່າວແມ່ນໄດ້ເຮັດຂໍ້ຕົກລົງຮ່ວມມືກັບພາກລັດຂອງແຂວງອຸດົມໄຊ, ເຊິ່ງໄດ້ຮັບຄວມການຊ່ວຍເຫຼືອໃນການອໍານວຍຄວາມສະດວກຢ່າງຫ້າວຫັນວ່ອງໄວ ແລະ ບັນລຸວຽກງານດ້ວຍດີ. ການວຽກງານກໍ່ສ້າງດັ່ງກ່າວໄດ້ດໍາເນີນໄປຕາມແຜນການທີ່ໄດ້ກໍານົດໄວ້, ລວມທັງການດໍາເນີນວຽກງານການປັບປຸງແມ່ນໄດ້ບັນທຶກເຂົ້າໃນບົດລາຍງານສະບັບຊົ່ວຄາວ.
ປະລິມານຖັງນໍ້າແມ່ນຂະໜາດ 3600 ລິດ. ນໍ້າແມ່ນຖືກສົ່ງໄປທີ່ ຫ້ອງປະສູດ, ເຮືອນຄົວໃນສຸກສາລາ ແລະ ຫ້ອງນໍ້າ. ການຢ້ຽມຢາມໃນການປະເມີນສະຖານທີ່ຂອງພວກເຮົາການໃນຄັ້ງວັນທີ 8 ພະຈິກ, ພວກເຮົາໄດ້ສະເໜີປ່ຽນທໍ່ນ້ໍາທີ່ນໍາທີ່ສົ່ງໄປອ່າງນໍ້າທີ່ຫ້ອງປະສູດເພື່ອເພີ່ມຄວາມດັນນໍ້າ ແລະ ການປ່ຽນທໍ່ລະບາຍນໍ້າເສີຍ
ການນຳໃຊ້ນ້ຳໃນສຸກສາລາແຫ່ງນີ້ ຖືເປັນຄວາມກ້າວໜ້າທີ່ພະນັກງານສາທາລະນະສຸກ ສາມາດສະໜອງການປິ່ນປົວໃຫ້ແກ່ຄົນເຈັບ. ເປັນຄັ້ງທໍາອິດທີ່ພະນັກງານສາທາລະນະສຸກເຫຼົ່ານີ້ ສາມາດນໍາໃຊ້ນ້ໍາໂດຍກົງເຊິ່ງບໍ່ຈໍາເປັນຕ້ອງໃຊ້ນໍ້າຈາກຄຸ ທີ່ບັນດາຄອບຄົວຂອງຄົນເຈັບເປັນຜູ້ຖືເອົານໍ້າໃສ່ຄຸມາແບບເມື່ອກ່ອນ.
![]() |
---|
bottom of page