top of page

ສູນຕ້ອນຮັບເດັກພິການໂອທິດສະຕິກຂອງແຂວງນະຄອນຫຼວງວຽງຈັນ

ສູນເດັກພິການໂອທິດສະຕິກນະຄອນຫຼວງວຽງຈັນ "Vientiane Autism Center" (VAC) ເປັນສູນທີ່ມີຄວາມຊ່ຽວຊານໃນການຕ້ອນຮັບເດັກນ້ອຍທີ່ມີພາວະໂອທິດສະຕິກ.  ສູນໄດ້ເອື້ອອໍານວຍໃຫ້ພວກເຂົາມີສະພາບແວດລ້ອມທີ່ສະຫງົບສຸກເພື່ອພັດທະນາ ແລະ ສະໜັບສະໜູນບັນດາພໍ່ແມ່ຜູ້ປົກຄອງ.

DSCN2620_edited.jpg

ສູນດັ່ງກ່າວໄດ້ເປີດເປັນທາງການໃນເດືອນມິຖຸນາ ປີ 2009 ແລະ ເປັນສະຖາບັນທໍາອິດທີ່ມີຄວາມຊ່ຽວຊານໃນການດູແລເດັກໂອທິດສະຕິກໃນລາວ.  ນັບ​ແຕ່​ເປີດ​ສູນ, ຊ່ຽວຊານດ້ານ​ການສຶກ​ສາ 2 ທ່ານຈາກ​ປະ​ເທດ​ໄທ​ໄດ້​ເຂົ້າມາປະຕິບັດ​ວຽກ​ງານຢູ່​ສູນ.  ກ່ອນທີ່ຈະມີສູນດັ່ງກ່າວ, ບັນດາຜູ້ປົກຄອງຕ້ອງໄດ້ພາເດັກນ້ອຍໄປກວດຫາພາວະໂອທິດສະຕິກຢູ່ປະເທດໄທ.  ປະເທດນີ້ມີໂຄງສ້າງພື້ນຖານຫຼາຍຢ່າງສໍາລັບການດູແລຄົນເຈັບ ແລະ ທ່ານໝໍທີ່ຄຸນນະພາບ.

ປະຈຸບັນ ໃນສູນມີນັກຮຽນທັງໝົດ 40 ຄົນ, ຄູສອນ 16 ຄົນ.  ນັກການສຶກສາພິເສດມາຈາກປະເທດໄທ, ສະວິດເຊີແລນ ແລະ ຝຣັ່ງ, ແລະ ກໍາລັງເລີ່ມຝຶກອົບຮົມນັກການສຶກສາຄົນລາວ.  ສະມາຄົມ PEMM ໄດ້ໄວ້ວາງໃຈອາສາສະໝັກຂອງຕົນ ທ່ານ ຈັກ ວາເຊນ (Jacques VAZEILLES), ອາສາສະໝັກຈິດຕະແພດເດັກ, ຜູ້ທີ່ໄດ້ໄປຢ້ຽມຢາມສູນຫຼາຍຄັ້ງເພື່ອປຶກສາຫາລື ແລະ ຊ່ວຍໃຫ້ຄໍາແນະນໍາສະເພາະທາງແກ່ນັກການສຶກສາຄົນລາວ ເຖິງການດູແລທີ່ດີທີ່ສຸດສໍາລັບເດັກນ້ອຍ.

DSCN2621.JPG
DSCN2614_edited.jpg

ສູນແມ່ນມີຫຼາຍພາລະກິດ: ເຊິ່ງສະໜັບສະໜູນເດັກນ້ອຍທີ່ມີພາວະໂອທິດສະຕິກທີ່ສາມາດເຂົ້າໂຮງຮຽນລັດ, ສູນໄດ້ສະໜອງການຊ່ວຍເຫຼືອ ແລະ ສະໜັບສະໜູນບັນດາຜູ້ບົກຄອງ, ສູນໄດ້ເຜີຍແຜ່ເຖິງພາວະທາງໂອທິດສະຕິກ ແລະ ສະໜອງການຝຶກອົບຮົມທີ່ຈະເຂົ້າໃຈງ່າຍຄວາມຕ້ອງການຂອງເດັກໂອທິດສະຕິກ, ແລະ ຍັງອໍານວຍຄວາມສະດວກໃນການເຂົ້າເຖິງໃນການໄປພົບແພດສະເພາະທາງທີ່ສາມາດບົ່ງມະຕິການມີພະວະໂອທິດສະຕິກ.

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page