top of page

ສູນຄົນພິການຫູໜວກ ແລະ ປາກກືກຂອງແຂວງຫຼວງພະບາງ

ສູນ​ຄົນ​ພິການຫູ​ໜວກ ​ແລະ​ ປາກ​ກືກ ເປັນ​ໜຶ່ງ​ໃນ​ສາມ​ສູນ​ພິ​ເສດ​ໃນ​ລາວ. ເປັນສະຖານທີ່ຕ້ອນຮັບເດັກນ້ອຍທີ່ມີຄວາມຫຍຸ້ງຍາກຈາກຄວາມພິການທາງປາກກືກ ແລະ / ຫຼື ຫູໜວກ, ແລະ ສູນໄດ້ອໍານວຍຄວາມສະດວກໃຫ້ພວກເຂົາມີສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການຮຽນຮູ້ ແລະ ການພັດທະນາຂອງເຂົາເຈົ້າ.

Soeur Marie-Catherine.jpg

ສູນຄົນພິການຫູໜວກ ແລະ ປາກກືກ ແຂວງຫຼວງພະບາງໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2006 ໂດຍ​ແມ່ຊີ ມາຣີ ແຄັດທະລິນ, ປະຈຸບັນແມ່ນ​ຊີ້​ນຳ ແລະ ດຳ​ເນີນ​ການ​ໂດຍການ​ກຸ​ສົນ​ຫ້າ​ເອື້ອຍ​ນ້ອງຂອງຊາງອັອງທິດເດິທຸເຣ (Sainte Antide de Thouret).

ສູນແຫ່ງນີ້ເປັນໂຮງຮຽນທີ່ຕ້ອນຮັບເດັກນ້ອຍ. ເດັກນ້ອຍແມ່ນໄດ້ຮຽນຂຽນ ແລະ ໃຊ້ພາສາມື. ໂຮງຮຽນແຫ່ງນີ້ເຮັດໃຫ້ພວກເຂົາໄດ້ຮຽນວິທີການສະແດງອອກ, ແລະ ດັ່ງນັ້ນຈິ່ງສື່ສານກັບກຸ່ມໝູ່ເພື່ອນ ແລະ ສັງຄົມໄດ້ງ່າຍຂຶ້ນ. ມັນອໍານວຍໃຫ້ພວກເຂົາມີສະພາບແວດລ້ອມທີ່ດີ ເຊິ່ງເປັນສິ່ງທີ່ເດັກພິການໃນລາວມີຄວາມຮຽກຮ້ອງຕ້ອງການເປັນຈໍານວນຫຼາຍ. ໂຮງຮຽນຍັງສອນທັກສະຄອມພິວເຕີ, ພາສາອັງກິດ ແລະ ວິຊາອື່ນໆ ທີ່ມີປະໂຫຍດຕໍ່ອານາຄົດດ້ານວິຊາຊີບ.

ສູນດັ່ງກ່າວຍັງມີຈຸດປະສົງເພື່ອສົ່ງເສີມຊາວໜຸ່ມໃຫ້ມີກິດຈະກໍາຮ່ວມກັນຫຼັງຈາກເລີກຮຽນ ແລະ ລວມທັງສູນເຝິກທັກສະແມ່ຍິງ. ສູນເຝິກທັກສະແມ່ຍິງແຫ່ງນີ້ໄດ້ມີ​ການ​ຝຶກ​ອົບ​ຮົມ​​ການ​ຖັກ​ແສ່ວ​. ຫຼັງຈາກນັ້ນ, ບັນດາຊາວໜຸ່ມແມ່ຍິງໄດ້ຜະລິດເຄື່ອງຫັດຖະກໍາທີ່ຂາຍຢູ່ຮ້ານວາງສະແດງໃນສູນກາງ. ບັນດາຊາວໜຸ່ມທີ່ຈົບຈາກສູນແມ່ນອາຍຸປະມານ 19 ປີ, ເຂົາເຈົ້າສາມາດເບິ່ງແຍງຕົນເອງ ແລະ ສ້າງຜົນສຳເລັດໄດ້.

ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນ້ຳຂອງ ສະໜັບສະໜູນ ສູນຄົນພິການຫູໜວກ ແລະ ຄົນປາກກືກ ໃນການເຄື່ອນໄຫວກິດຈະກໍາໃນການສົ່ງເສີມເດັກ.

ໃນລະຫວ່າງການເຝິກອົບຮົມທາງການແພດ, ທ່ານໝໍອາສາສະໝັກຕາງໜ້າຈາກສະມາຄົມຂອງພວກເຮົາມາຮອດສູນ ເພື່ອສະເໜີການກວດສຸຂະພາບຢ່າງຄົບຖ້ວນໃຫ້ແກ່ບັນດາຊາວໜຸ່ມນັກຮຽນ.  ພວກເຮົາບໍ່ຢຸດການຊ່ວຍເຫຼືອພຽງເທົ່ານັ້ນ.


ໃນໂຄງການເດີນທາງສາມັກຄີໄຊໃນປີ 2018, ພວກເຮົາໄດ້ເຂົ້າຮ່ວມການກໍ່ສ້າງບ່ອນສ້ອມແປງໃຫ້ບັນດາຊາວໜຸ່ມ.  ເຊິ່ງແມ່ນສະມາຄົມພວກເຮົາໄດ້ສະໜອງທຶນສ່ວນໃຫຍ່ຄັ້ງນີ້.

 

ນອກນີ້, ພວກ​ເຮົາ​ຍັງ​ໄດ້​ສະ​ໜອງ​ທຶນ​ໃຫ້​ກັບຄູ​ຝຶກ​ໃນ​ອາ​ຊີບ​ກົນ​ຈັກ​ເປັນເວລາໜຶ່ງປີ. ບ່ອນແປງລົດແຫ່ງນີ້ໄດ້ກາຍເປັນບ່ອນລວມຕົວຂອງຊາວ​ໜຸ່ມນັກຮຽນ​: ພວກ​ເຂົາ​ເຈົ້າ​ຮຽນ​ຮູ້​ວິຊາກົນ​​ຈັກ ແລະ ຍັງໄດ້ເຝິກຝົນຕົນເອງເພື່ອປະກອບເປັນອາຊີບດ້ານກົນຈັກ​.
 

ສຸດທ້າຍແລ້ວ, ໃນແຕ່ລະປີພວກເຮົາສົ່ງອາສາສະໝັກຮັບໃຊ້ສັງຄົມ ໄປຊ່ວຍແມ່ຊີຢູ່ສູນ. ອາສາສະໝັກເຫຼົ່ານີ້ເຮັດວຽກຢ່າງໃກ້ຊິດກັບເດັກນ້ອຍ ໂດຍສ້າງແຜນກິດຈະກໍາຈໍາເປັນນວນຫຼາຍ.  ທ່ານສາມາດຕິດຕາມປະຫວັດການເຄື່ອນໄຫວຂອງອະດີດອາສາສໝັກໂດຍການ ກົດບ່ອນນີ້.  ອາສາສະໝັກເຫຼົ່ານີ້ສ້າງການຮ່ວມມືລະຫວ່າງສະມາຄົມ ແລະ ສູນຢ່າງແໜ້ນແຟ້ນ ໃນການຊ່ວຍເຫຼືອ ແລະ ເປັນໂຕແທນສະແດງເຖິງເປົ້າໝາຍໃນການຊ່ວຍເຫຼືອຂອງສະມາຄົມ PEMM ທີ່ຈະສືບຕໍ່ປະຕິບັດຢ່າງຍືນຍົງໃນການຊ່ວຍເຫຼືອບັນເທົາບັນຫາຄວາມພິການນີ້.

garage deux.jpg

ບັນຫາຄວາມພິການໃນລາວ ຍັງບໍ່ທັນໄດ້ເປັນບັນຫາທີ່ກ່າວເຖິງສ່ວນຫຼາຍໃນສັງຄົມ. ການດໍາລົງຊີວິດ ແລະ ການເຄື່ອນໄຫວຂອງສູນດັ່ງກ່າວໄດ້ເປີດໂອກາດໃຫ້ຊາວໜຸ່ມຄົນພິການເຫຼົ່ານີ້ໄດ້ເຊື່ອມໂຍງມີສ່ວນຮ່ວມໃນສັງຄົມສັງຄົມ ແລະ ມີອາຊີບ. ສູນຄົນພິການຫູຫນວກ ແລະ ປາກກືກແມ່ນໄດ້ຊຸກຍູ້ການຝຶກອົບຮົມທາງການແພດຂອງພວກເຮົາ. ສິ່ງທ້າທາຍທີ່ຕ້ອງໄດ້ຜ່ານຜ່າແມ່ນການສ້າງຈິດສໍານຶກໃຫ້ກັບຄົນພິການ (ຫູໜວກ, ເປັນໄບ້, ໂອທິດສະຕິກ), ເພື່ອຮັບປະກັນການຕິດຕາມກວດກາພວກເຂົາໃຫ້ດີຂຶ້ນ ແລະ ໃຫ້ໂອກາດບັນດາຄົນພິການໄວໜຸ່ມໄດ້ມີບົດບາດໃນສັງຄົມ.

received_576852366466714
83300630_2991864097499622_1474618807094870016_n
80971953_1268757089986700_7243619802500038656_n
78337853_1225724600956616_6563047934840012800_n
89144410_2734466536649611_6058422219959173120_n
80807293_1264672327061843_2160258581545353216_n

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page