top of page
ຫ້ອງນ້ຳແຫ້ງ
ໃນປີ 2011, ພວກເຮົາໄດ້ລິເລີ່ມວຽກງານສ້າງຫ້ອງນໍ້າແຫ້ງຕາມຄໍາຮ້ອງຂໍຂອງບ້ານປາກແກ້ວ (ບ້ານມົ້ງ) ແລະ ບ້ານເມືອງຄໍາ (ບ້ານລາວ). ຄວາມຮຽກຮ້ອງຕ້ອງການນີ້ ແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານລາວ, ເຊິ່ງມີຄວາມກະຕືລືລົ້ນໃນການປັບປຸງຂະແໜງການສຸຂະອະນາໄມໃນທົ່ວປະເທດຢ່າງເຂັ້ມແຂງ.
ດັ່ງນັ້ນ, ພວກເຮົາຈຶ່ງໄດ້ພິຈາລະນາບັນຫາຕ່າງໆ ກັບບໍລິສັດສະຖາປັດຕະຍະກໍາ ອາຕາລິເຢ ດີເອວ (Atelier DL), ໄດ້ພົບກັບຜູ້ຜະລິດວິດຫ້ອງນ້ໍາແຫ້ງຂອງຝຣັ່ງ ບໍລິສັດ ກະຊູບາ (Kazuba) ແລະ ໄດ້ສຶກສາແລກປ່ຽນປະສົບການຕ່າງໆກັບສະມາຄົມອື່ນໆ ທີ່ໄດ້ປະເຊີນໜ້າກັບບັນຫາດຽວກັນ, ໂດຍສະເພາະໃນເຂດທີ່ທຸກຍາກໃນອາຟຣິກາ ແລະ ອາເມລິກາໃຕ້.
ພວກເຮົາປະສານງານໃນການຈັດຕັ້ງປະຕິບັດຢ່າງສົມບູນແບບໃນປະເທດລາວ, ໂດຍມີການປັບປ່ຽນວັດສະດຸບາງອັນຂຶ້ນກັບພາກພື້ນ ແລະ ເງື່ອນໄຂທຶນຮອຮທີ່ຈໍາກັດຂອງພວກເຮົາ.
![]() | ![]() | ![]() |
---|---|---|
![]() | ![]() | ![]() |
bottom of page