ໂຮງໝໍເຮືອເຄື່ອນທີ່ໃນປີ 2022


ບ້ານຈອມອົງແມ່ນຕັ້ງຢູ່ແຂວງອຸດົມໄຊທາງພາກເໜືອຂອງລາວ. ເຊິ່ງເປັນເຂດຊົນນະບົດ ແລະ ປະກອບມີມີຊົນເຜົ່າກຶມມຸ 920 ຄົນ, ເມືອງດັ່ງກ່າວປະກອບດ້ວຍໝູ່ບ້ານຫຼັກຊື່ວ່າ: ບ້ານຈອມອົງ ແລະ 3 ເຂດບ້ານໃກ້ຄຽງ. ເສັ້ນທາງດັ່ງກ່າວແມ່ນໃຊ້ເວລາປະມານ 1 ຊົ່ວໂມງ 30 ນາທີ ຈາກເສັ້ນທາງໃຫຍ່ທີ່ເຊື່ອມຕໍ່ຈາກເມືອງອຸດົມໄຊຫາເມືອງນາໝໍ້ ທີ່ໃກ້ກັບຊາຍແດນຈີນ. ສະພາບເມືອງການດໍາລົງຊີວິດປະຈໍາວັນຂອງບ້ານຈອມມົງ ແມ່ນມີຄວາມຫຍຸ້ງຍາກຫຼາຍ: ບ້ານບໍ່ມີນ້ຳໃຊ້ ແລະ ຈຸດສະໜອງນ້ຳຂອງບ້ານກໍແຫ້ງແລ້ງ. ແມ່ນ້ຳແມ່ນເກືອບຈະແຫ້ງມີພຽງນໍ້າຈໍານວນໜ້ອຍ ແລະ ບໍ່ມີທ່າອີງທີ່ຈະເພິ່ມຂຶ້ນເຊິ່ງເດັກຍິງຕ້ອງໄດ້ຕັກນໍ້າໃສ່ຄຸຫາບກັບບ້ານ. ເຊິ່ງມີໂຄງການເຮັດເສັ້ນທາງທີ່ໃຫຍ່ 2-3 ກິໂລແມັດ ຫ່າງຈາກບ້ານ ໂຄງການດັ່ງກ່າວເປັນເຫດກໍ່ໃຫ້ເກີດການຕັດເຄືອຂ່າຍນ້ຳ ແລະ ຂາດນໍ້າໃຊ້ເປັນເວລາຫຼາຍເດືອນ.
ຕາງໜ້າພາກລັດ-ຄູ-ອາຈານ-ທີ່ບ້ານຈອມມົງ, ພະຍາບານ ແລະ ຄະນະບ້ານ ເປັນຜູ້ທໍາອິດທີ່ຮ້ອງຂໍຄວາມຊ່ວຍເຫຼືອໃນການສ້ອມແປງເຄື່ອຄ່າຍນໍ້າ ແລະ ກໍ່ສ້າງອ່າງເກັບນໍ້າຢູ່ໂຮງຮຽນ. ເພື່ອປະຕິບັດຕາມຄໍາຮ້ອງຂໍເຫຼົ່ານີ້, ພວກເຮົາໄດ້ປະຕິບັດໂຄງການສະໜອງແຫຼ່ງນ້ໍາໃຫມ່ນີ້ກັບໂຄງການນໍ້າສະອາດ (NAM SAAT) ແລະອໍານາດການປົກຄອງທ້ອງຖິ່ນ. ເລີ່ມແຕ່ເດືອນຕຸລາ ປີ 2021 ເປັນຕົ້ນມາ, ສະຖານທີ່ກໍ່ສ້າງຕ້ອງຢຸດເຊົາຢ່າງກະທັນຫັນ ເນື່ອງຈາກມີຄໍາໃຫ້ກັກໂຕໃນໄລຍະພະຍາດລະບາດໂຄວິດ 19. ການໂຈະວຽກງານກໍ່ສ້າງດັ່ງກ່າວເຮັດໃຫ້ໂຄງການຫຼ່າຊ້າ, ແຕ່ທ້າຍທີ່ສຸດໂຄງການໄດ້ສໍາເລັດໃນທ້າຍເດືອນມັງກອນ.
ພວກເຮົາພົບກັບຂໍ້ຫຍຸ້ງຍາກໃນໄລຍະກັກຕົວຂອງພະຍາດລະບາດໂຄວິດ 19, ພວກເຮົາສາມາດຕິດຕາມວຽກໂດຍຜ່ານທາງອອນລາຍໄດ້ເທົ່ານັ້ນ, ແລະ ການປະຕິບັດວຽກວານເກີດຂໍ້ຜິດພາດເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການບໍາລຸງຮັກສາ: ນ້ໍາໃຊ້ໃນຊີວິດປະຈໍາວັນມີພຽງແຕ່ເປັນໄລຍະສັ້ນໆ ແລະ ໃນປະລິມານທີ່ຈໍາກັດ. ເຊິ່ງພົບກັບຄວາມຫຍຸ້ງຍາກໃໝ່ຕຶ່ມອີກ ເມື່ອບ້ານດັ່ງກ່າວຍັງຄ້າງຈ່າຍຄ່າໄຟຟ້າ ເຊິ່ງພວກເຂົາບໍ່ມີຄວາມສາມາດຈ່າຍຄ່າໄຟຟ້າດັ່ງກ່າວ. ເຖິງຢ່າງໃດກໍຕາມ, ການບໍລິຫານຈັດການວຽກງານດ້ານໄຟຟ້າບໍ່ສາມາດເກັບຮັດສາແຜ່ນພະລັງງານແສງອາທິດ (photovoltaic) ທີ່ພະລິດພະລັງງານໄຟຟ້າເພື່ອໃຊ້ກັບລະບົບນ້ໍາ. ສຸດທ້າຍ, ນາຍບ້ານຄົນກ່ອນຜູ້ທີ່ຢູ່ໃນໄລຍະທີ່ມີໜີ້ສິນຄ່າໄຟ ໄດ້ມອບວາລະຂອງຕົນໃຫ້ນາຍບ້ານຄົນໃໝ່ຮັບພາລະ ຊອກຫາວິທີທາງໃນການແກ້ໄຂບັນຫາໜີ້ຄ່າໄຟດັ່ງກ່າວ.
ເປັນສະມາຄົມ PEMM ແມ່ນສະມາຄົມຝຣັ່ງ ທີ່ມີບົດບາດການເຄື່ອນໄຫວຢູ່ໃນລາວ ທີ່ດໍາເນີນວຽກງານພາກສະໜາມຕົວຈິງ. ຫຼັງຈາກການເດີນທາງ 2 ຄັ້ງກັບການປະຕິບັດພາລະກິດການກໍ່ສ້າງ ເພື່ອປະເມີນວຽກງານ ແລະ ວັດສະດຸຕ່າງໆ, ທີມງານ PEMM ໄດ້ກັບຄືນໃນເດືອນພຶດສະພາ 2023 ເພື່ອແກ້ໄຂບັນຫາທີ່ພົບ.
ໂຄງການນີ້ໄດ້ພົບກັບຂໍ້ຫຍຸ້ງຍາກຫຼາຍ ເຖິງແມ່ນພວກເຮົາໄດ້ກະກຽມແຜນຮັບມືທີ່ດີລ່ວງຫນ້າໄວ້ແລ້ວ. ປັດໃຈພາຍນອກເປັນເຫດຂອງຄວາມຫຍຸ້ງຍາກ ແລະ ການປະຕິບັດຕົວຈິງ. ເປັນສະມາຄົມ PEMM ຕ້ອງໄດ້ສະສົມທຶນຂອງທາງສະມາຄົມ ເພື່ອຮັກສາຄໍາໝັ້ນສັນຍາໃນການຊ່ວຍເຫຼືອປະຊາຊົນບັນດາບ້າຈອມອົງ ໃນປີ 2020 ຄື: ການສ້າງແຫຼ່ງນໍ້າໃຫ້ແກ່ພວກເຂົາ. ບົນພື້ນຖານປະສົບການດັ່ງກ່າວ, ສະມາຄົມໄດ້ເພີ່ມທະວີການຕິດຕາມກວດກາໂຄງການຂອງຕົນຢ່າງເຂັ້ມງວດຕາມມາດຕະຖານຂອງວິຊາການ , ໂດຍສະເພາະແມ່ນໂຄງການສະໜອງນ້ຳທີ່ບ້ານພູວຽງ ແລະ ໂຮງໝໍເມືອງໃໝ່, ທີ່ໄດ້ວາງແຜນໄວ້ໃນປີ 2023.



















ພວກເຮົາຂໍຂອບໃຈຜູ້ໃຫ້ທຶນທີ່ສະໜັບສະໜູນພວກເຮົາໃນໂຄງການນີ້. ຂໍຂອບໃຈຕໍ່ກັບອົງການໂຄງການຈຸລະພາກ, ລັດວິສະຫະກິດນໍ້າປະປາລີຢົງ (Grand Eaux de Lyon) , ສໍານັກແຂວງລີຢົງ (Métropole de Lyon), ອົງການກິວານິ (Kiwanis) ຂອງແຂວງຊາງເອຕຽນ (Saint-Étienne).
ຂໍຂອບໃຈມາຍັງທ່ານຜູ້ໃຈບຸນທຸກທ່ານທີ່ເປັນສ່ວນຮ່ວມໃນຂະບວນການລະດົມທຶນຂອງພວກເຮົາ.
ຂໍຮຽນທ່ານໃຫ້ຮັບຊາບກ່ຽວກັບວຽກງານທີ່ກໍາລັງກໍ່ສ້າງສຸກສາລາທີ່ບ້ານຈອມມົງ, ທ່ານສາມາດຕິດຕາມພວກເຮົາໃນເຄືອຂ່າຍອອນລາຍຂອງພວກເຮົາ: ທີ່ Facebook, ແລະ Instagram. ທ່ານສາມາດຈອງຈົດຫມາຍຂ່າວປະຈໍາເດືອນຂອງພວກເຮົາໂດຍການຕື່ມແບບຟອມນີ້.