top of page

ສຸຂາພິບານ

ໃນປີ 2011, ພວກເຮົາໄດ້ລິເລີ່ມວຽກງານສ້າງຫ້ອງນໍ້າ ຕາມຄໍາຮ້ອງຂໍຂອງບ້ານປາກແກ້ວ (ບ້ານມົ້ງ) ແລະ ບ້ານເມືອງຄໍາ (ບ້ານລາວ). ຄວາມຮຽກຮ້ອງຕ້ອງການນີ້ ແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານລາວ, ເຊິ່ງມີຄວາມກະຕືລືລົ້ນໃນການປັບປຸງຂະແໜງການສຸຂະອະນາໄມໃນທົ່ວປະເທດຢ່າງເຂັ້ມແຂງ. 
 
ດັ່ງນັ້ນ, ພວກເຮົາຈຶ່ງໄດ້ພິຈາລະນາບັນຫາຕ່າງໆ ກັບບໍລິສັດສະຖາປັດຕະຍະກໍາ ອາຕາລິເຢ ດີເອວ (Atelier DL), ໄດ້ພົບກັບຜູ້ຜະລິດວິດຫ້ອງນ້ໍາແຫ້ງຂອງຝຣັ່ງ ບໍລິສັດ ກະຊູບາ (Kazuba) ແລະ ໄດ້ສຶກສາແລກປ່ຽນປະສົບການຕ່າງໆກັບສະມາຄົມອື່ນໆ ທີ່ໄດ້ປະເຊີນໜ້າກັບບັນຫາດຽວກັນ, ໂດຍສະເພາະໃນເຂດທີ່ທຸກຍາກໃນອາຟຣິກາ ແລະ ອາເມລິກາໃຕ້.

 

ພວກເຮົາປະສານງານໃນການຈັດຕັ້ງປະຕິບັດຢ່າງສົມບູນແບບໃນປະເທດລາວ, ໂດຍມີການປັບປ່ຽນວັດສະດຸບາງອັນທີ່ເໝາະກັບສະພາບຕົວຈິງ ແລະ ເງື່ອນໄຂທຶນຮອນທີ່ຈໍາກັດຂອງພວກເຮົາ.

99ec98fdb81945c29c25a3ad6c5606b1.avif

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

  • Instagram
  • Facebook
  • LinkedIn
  • YouTube
bottom of page