top of page

ການສະໜັບສະໜູນການເຝິກອົບຮົມ

ການ​ອາສາເປັນຜູ້​ສະ​ໜັບ​ສະ​ໜູນ​ການ​ເຝິກ​ອົບ​ຮົມ​ໝາຍ​ເຖິງ​ການ​​ເປັນສ່ວນໜຶ່ງໃນການ​ສົ່ງເສີມດ້ານ​ສຸ​ຂະ​ພາບ​ໃນ​ປະ​ເທດ​ລາວ. ທ່ານມີຄວາມຮູ້ຕໍ່ກັບສຸຂະພາບຂອງເດັກນ້ອຍຫຼາຍບໍ? ໃນການກວດສຸຂະພາບພາຍໃນຂອງແມ່ຍິງ? ຕໍ່​ກັບຄວາມທ້າທາຍ​ດ້ານການດູແລຂອງ​ຄວາມ​ພິ​ການ​? ສຸຂະພາບທົ່ວໄປ? ເລືອກການເຝິກອົບຮົມທີ່ກົງກັບສາຍການແພດຂອງທ່ານ ແລະ ຄວາມສົນໃຈທີ່ທ່ານຕ້ອງການນໍາພາການເຝິກອົບຮົມຫຼາຍທີ່ສຸດ.

ຂ້າພະເຈົ້າສະໜັບສະໜຸນການຝຶກອົບຮົມທາງການແພດສຸກເສີນ

hopital copie-6d9396056e2749b4a686ef8baf4dd240.jpg

ປະຊາກອນເມືອງປາກແບງຕ້ອງການທ່ານ

 ຫາກຂາຂອງທ່ານພິກ ເບິ່ງຄືວ່າເປັນການບາດເຈັບທີ່ບໍ່ຮ້າຍແຮງ ແລະ ສາມາດປິ່ນປົວໄດ້ງ່າຍ ຖ້າຫາກທ່ານໄດ້ຮັບການປິ້ນປົວທັນທີ... ເຊິ່ງທ່ານຍັງຕ້ອງເປັນການປິ່ນປົວຕື່ມອີກ.  ແຕ່ຢູ່ໃນປະເທດລາວ, ກະດູກພິກອາດບໍ່ສາມາດປິ່ນປົວໄດ້ ເນື່ອງຈາກຂາດຄວາມຮູ້ ແລະ ອຸປະກອນ.  ປະຈຸບັນ, ການຄຸ້ມຄອງເຫດການສຸກເສີນໃນລາວ ແມ່ນມີຄວາມຫຍຸ້ງຍາກຢ່າງໜັກໜ່ວງ.

 ຈາກສະພາບການດັ່ງກ່າວ ແລະ ພ້ອມທັງຄໍາຮ້ອງຂອງໂຮງໝໍແຂວງ, ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ (Peuples et Montagnes du Mékong), ໄດ້ຈັດຕັ້ງການເຝິກອົບຮົມຂຶ້ນ ເຊິ່ງນໍາພາໂດຍທ່ານໝໍອາສາສະໝັກຈາກປະເທດຝຣັ່ງ, ການເຝິກອົບຮົມດັ່ງກ່າວແມ່ນພາຍໄຕ້ຫົວຂໍ້ ໃນການປິ່ນປົວກະດູກ (traumatology) ແລະ ເຫດສຸກເສີນທາງການແພດ ເຊິ່ງເປັນຄັ້ງທໍາອິດໃນປີ 2023. ການເຝິກອົບຮົມຄັ້ງນີ້ ຄວນຈະເກີດຂຶ້ນກ່ອນໜ້ານັ້ນ, ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດລະບາດ ໂຄວິດ-19 ເຮັດໃຫ້ມີຂໍ້ຈໍາກັດໃນການດໍາເນີນງານ.  ມັນເປັນສິ່ງທ້າທາຍ, ທີ່ມີຄວາມຈໍາເປັນຫຼາຍ, ຈຸດປະສົງຂອງການເຝິກອົບຮົມນີ້ ແມ່ນເພື່ອສົ່ງເສີມຄວາມຮູ້ກ່ຽວກັບເຫດການສຸກເສີນທາງການແພດ ເພື່ອຮັບປະກັນວ່າແພດໝໍລາວສາມາດເບິ່ງແຍງຄົນເຈັບ ທີ່ເຂົ້າມາຮັບການປິ່ນປົວ.

 ຄ່າ​ໃຊ້​ຈ່າຍ​ທັງໝົດ​ຂອງ​ໂຄງ​ການ​: ສາມພັນຫ້າຮ້ອຍ ເອີໂຣ (€ 3,500)​

 ໃນການສະໜັບສະໜຸນຜົນສໍາເລັດຂອງການເຝິກອົບຮົມຄັ້ງນີ້, ທ່ານຈະໄດ້ຮັບບົດລາຍງານໃນເວລາຈິງ  ຈາກທີມແພດອາສາສະໝັກຈາກປະເທດຝຣັ່ງ, ທ່ານໝໍ ລູກາ ເປດູ (Lucas PERDU), ທ່ານໝໍ ເຈເນເວດ ເປດູ (Geneviève PERDU) ແລະ ທ່ານໝໍ ຈິຮາດ ຢຸເຊັບ (Jihad YOUSEF).

 

ຂ້າພະເຈົ້າສະໜັບສະໜຸນຢູ່ນີ້

ຂ້າພະເຈົ້າສະໜັບສະໜູນການເຝິກອົບຮົມແພດເດັກ

Capture d’écran 2022-08-19 à 11.27.43.png

ເດັກເກີດໃໝ່ ແລະ ເດັກນ້ອຍໃນປະເທດລາວຕ້ອງການທ່ານ

 ຕາມ​ອົງການ​ອະນາ​ໄມ​ໂລກ (WHO) ອັດຕາ​ການ​ຕາຍ​ຂອງ​ເດັກເກີດໃໝ່​ ແລະ ​ເດັກ​ໃນ​ລາວ ​ແມ່ນ 35.6 ຕໍ່ 1.000 ຄົນ​ (ປີ 2020), ໃນຂະນະທີ່​ປະເທດ​ຝຣັ່ງ​ມີ​ພຽງ 3.4 ຄົນ​ຕໍ່ 1.000 ຄົນ.  ອັດຕາການຕາຍຂອງເດັກເກີດໃໝ່ເຖິງອາຍຸຫ້າປີ, ເດັກນ້ອຍ 44 ຄົນໃນຈຳນວນ 1000 ຄົນມີຄວາມສ່ຽງຕໍ່ການຕາຍ.

 ການປິ່ນປົວເດັກນ້ອຍເປັນສິ່ງສໍາຄັນທີ່ສຸດ ແລະ ເດັກນ້ອຍຄວຮໄດ້ຮັບການເອົາໃຈໃສ່ ເພື່ອຈໍາກັດຄວາມສ່ຽງຕໍ່ການເປັນພະຍາດ ແລະ ຫຼຸດຜ່ອນອັດຕາການຕາຍນີ້.

 ການເຝິກອົບຮົມທາງການແພດໃນເດັກແມ່ນມີຈຸດປະສົງສຸມໃສ່ພັດທະນາທັກສະຂອງທ່ານໝໍ, ແພດຜະດຸງຄັນ ແລະ ພະຍາບານເພື່ອປັບປຸງການດູແລເດັກນ້ອຍ ແລະ ການສຶກສາພະຍາດເດັກ.

 ທີມງານຄູເຝິກແພດເດັກອາສາສະໝັກຈາກປະເທດຝຣັ່ງຂອງພວກເຮົາແມ່ນປະກອບດ້ວຍ: ທ່ານໝໍ ເຮແລນ ບາຕາລິເຢ (Hélène BATELLIER), ທ່ານໝໍ ໂດມິນິກ ບາດເຊ (Dominique BASSET), ທ່ານໝໍ ນາແດດ ກຸຕານ (Nadège COUTAGNE).

 ພວກເຂົາຕິດຕາມການປິ່ນປົວຄົນເຈັບຂອງໝໍລາວຄົນຕໍ່ຄົນ ສາມາດຕິດຕາມການປະເມີນຜົນຂອງພາລະກິດຂອງເຂົາເຈົ້າຢູ່ໃນເວັບໄຊ ເຊັ່ນດຽວກັບຕິດຕາມຮູບພາບ ແລະ ວິດີໂອພິເສດຂອງກອງປະຊຸມເຝິກອົບຮົມເຫຼົ່ານີ້.

 

 ຂ້າພະເຈົ້າສະໜັບສະໜຸນຢູ່ນີ້

ຂ້າພະເຈົ້າສະໜັບສະໜູນການເຝິກອົບຮົມທາງການແພດພະຍາດຍິງ ແລະ ການຖືພາ

Capture d’écran 2022-08-19 à 11.47.43.png

ບັນດາແມ່ຍິງລາວ ແລະ ບັນດາແມ່ຢູ່ໃນລາວ ຕ້ອງການຄວາມຊ່ວຍເຫຼືອຈາກທ່ານ

ໃນປີ 2019, ອັດຕາການຕາຍຂອງແມ່ຍິງຖືພາຈາກການເກີດລູກຍັງສູງຫຼາຍ, ເຊິງຕົວເລກການເສຍຊີວິດ 185 ຄົນໃນ 1,000 ຄົນ. ​ເມື່ອທຽບໃສ່ປະເທດຝຣັ່ງ ໃນ​ປີ 2015, ຈໍານວນອັດຕາການຕາຍຂອງແມ່ຍິງຖືພາຈາກການເກີດລູກ, ແມ່ນມີພຽງແຕ່ 8.1 ຄົນ ໃນ 100,000 ຈາກການເກີດລູກ (ຕົວ​ເລກ​ຈາກອົງການອານາໄມໂລກ(WHO)).

 

ເນື່ອງຈາກອີງຕາມປະເພນີທ້ອງຖິ່ນ, ແມ່ຍິງເກີດລູກຢູ່ໃນສຸກສາລາແມ່ນມີຈໍານວນໜ້ອຍ, ແລະ ເຊິ່ງຜະດຸງຄັນຫຼາຍຄົນກໍ່ຍັງຂາດປະສົບການ. ດັ່ງນັ້ນ, ແມ່ຍິງທີ່ບໍ່ໄດ້ຮັບການຝາກທ້ອງໃນໄລຍະຖືພາ ແມ່ນມີຄວາມສ່ຽງສູງ. ປັດໃຈເຫຼົ່ານີ້, ເປັນສາເຫດກໍ່ໃຫ້ເກີດອັດຕາການຕາຍຂອງແມ່ຍິງຖືພາ.

 

ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່, PEMM ໄດ້ຈັດຕັ້ງການອົບຮົມໃນດ້ານພະດຸງຄັນ - ພະຍາດຍິງ, ເຊິ່ງກ່ຽວຂ້ອງກັບການຍົກສູງທັກສະຂອງທ່ານໝໍ ແລະ ກ່ຽວກັບການຄວບຄຸມການເກີດລູກ, ສະໜັບສະໜູນຜູ້ໃຫ້ບໍລິການດ້ານສຸຂະພາບ ເພື່ອປັບປຸງການກວດພະຍາດ ແລະ ການຄຸ້ມຄອງການຖືພາທີ່ມີຄວາມສ່ຽງສູງ, ແລະ ປັບປຸງການຄຸ້ມຄອງການຖືພາໃຫ້ປົກກະຕິ.

ທີມແພດປະກອບດ້ວຍ: ທ່ານ ຈັອງ ຟັອງຊົວ ບູເຄ (Jean-François Bouret), ແພດທົ່ວໄປ; ທ່ານນາງ ເຊລີນ ເອວ ຟູນີ (Céline El Founi), ແພດຜະດຸງຄັນ; ແລະ ທ່ານ ຈັກ ຣິໂວແລນ  (Jacques Rivoallan), ແພດພາຍໃນ.

 ຈ້າພະເຈົ້າສະໜັບສະໜູນຢູ່ນີ້

99ec98fdb81945c29c25a3ad6c5606b1.avif

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

  • Instagram
  • Facebook
  • LinkedIn
  • YouTube
bottom of page