top of page

ກິດຈະກໍາທີ່ຜ່ານມາ

ງານຊີວິດຊຸມຊົນໃນທ້າຍອາທິດ 2024

Stand de Peuples et Montagnes du Mékong au Weekend de la Vie Associative 2024, Saint-Étienne

ເຂົ້າຮ່ວມກັບພວກເຮົາທີ່ ປາກເດເອກສະໂປຊີຊົງ (Parc des Expositions) ໃນ ຊາງເອຕຽນ (Saint-Etienne) ໃນວັນທີ 7 ແລະ 8 ກັນຍາ 2024, ໃນໂອກາດຂອງການສ້າງສາຍພົວພັນຂອງຊີວິດຊຸມຊົນໃນທ້າຍອາທິດ ປີ 2024!

 

31 Boulevard Jules Janin ໃນ Saint-Etienne

ຈາກ 10 ໂມງເຊົ້າຫາ 19 ໂມງແລງ ໃນວັນເສົາ 7/9

ຈາກ 10 ໂມງເຊົ້າຫາ 18 ໂມງແລງ ໃນວັນອາທິດ 8/9

ເປັນໂອກາດທີ່ຈະມາຄົ້ນພົບໂຄງການທີ່ກໍາລັງດໍາເນີນໃນປະຈຸບັນ ແລະ ໂຄງການໃໝ່ທີ່ຈະມາເຖິງ!

 

ງານວາງສະແດງ: "ຮູບຄົນຂອງອາຊີ " Frédéric PALAIS

Portraits d’Asie : exposition de photos organisée par PEMM à Saint-Étienne

 

 

ເພືື່ການເລີ່ມຕົ້ນສົກປີ​ໃໝ່​​ທີ່​ດີ, ສະ​ມາ​ຄົມ​ໄດ້​ດຳ​ເນີນ​ໂຄງ​ການ​ວັດ​ທະ​ນະ​ທຳ​ ແລະ ຂໍ​ເຊີນຊວນ​ທ່ານ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ທຳ​ອິດ​ຂອງ​ປີ 2023/2024! ທ່ານ ເຟເດິລິກ ປາແລ (Fréderic PALAIS), ຊ່າງພາບມືສະໝັກຫຼິ້ນ, ນໍາສະແດງຮູບພາບຄົນອາຊີ ຢູ່ທີ່ຮ້ານ ໃນຫ້ອງການຂອງພວກເຮົາຢູ່ທີ່ 4 Place Saint Roch, 42100 Saint Etienne.

ພິທີເປີດງານຈະຈັດຂຶ້ນໃນວັນທີ 20 ກັນຍາ 2023, ເວລາ 17 ໂມງ 30 ເຖິງ 20 ໂມງ
ງານວາງສະແດງໄດ້ເລີ່ມເປີດຕັ້ງແຕ່ວັນທີ 1 ກັນຍາ! ເພີດເພີນໄປກັບບັນຍາກາດການເດີນທາງ ຫຼັງຈາກການກັບມາແຕ່ການພັກແລ້ງຂອງທ່ານ. ງານຈະປິດລົງໃນວັນທີ 5 ເດືອນຕຸລາ.

ງານ​ວາງສະ​ແດງ “ບຸນ​ປີໃໝ່ເຜົ່າມົ້ງ ຫຼື ບຸນກິນຈຽງ”

Clichés du Nouvel An Hmong exposés par PEMM au local associatif, Saint-Étienne

ວັນ​ຈັນ​ທີ 22 ພຶດສະພາ​ນີ້, ເນື່ອງໃນ​ໂອກາດບຸນ​ປີ​ໃໝ່​ຂອງຊົນ​ເຜົ່າ​ມົ້ງ ຫຼື ບຸນກິນຈຽງ ພວກ​ເຮົາ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບຂອງ​ທ່ານ ໂຣເຈີ ຊາກເຣ (Roger CHARRET​).  ຮູບ​ພາບ​ຈໍານວນໜຶ່ງແມ່ນ​ຖ່າຍ​ຈາກບຸນ​ປີ​ໃໝ່​ຂອງຊົນເຜົ່າ​ມົ້ງ​ ເຊິ່ງ​ໄດ້​ວາງ​ສະ​ແດງ​ຢູ່​ທີ່ຫ້ອງການ​ຂອງ​ພວກ​ເຮົາ​ທີ່ 4 Place Saint Roch ໃນ Saint-Etienne. ການວາງສະແດງແມ່ນເປີດໃນວັນລັດຖະການ (ວັນຈັນ, ວັນອັງຄານ ແລະວັນພະຫັດ ເລີ່ມຈາກ 14 ໂມງຫາ 17 ໂມງແລງ ແລະ ວັນພຸດ, ວັນສຸກ ເລີ່ມ 9 ໂມງເຊົ້າຫາ 12 ໂມງຕອນບ່າຍ ແລະ 1ອ ໂມງແລງ ຫາ 17 ໂມງແລງ) ແລະ ບໍ່ເສຍຄ່າເຂົ້າສໍາທຸກຄົນ!  ນີ້​ແມ່ນ​ໂອກາດ​ເພື່ອ​ເປີດກ້ວາງຮຽນຮູ້ຊົນເຜົ່າຂອງລາວ ​ແລະ ຊຸດປະຈໍາຊົນເຜົ່າ ທີ່ເປັນລັກສະນະ​ສະ​ເພາະ​ຂອງ​ຕົນ.  ເຊີນຮ່ວມບັນຍາກາດອັນຄຶກຄື້ນຈາກງານວາງສະແດງສຸດທ້າຍຂອງສະມາຄົມກ່ອນວັນພັກແລ້ງ!

ງານ​ວາງ​ສະ​ແດງ​: ອິນ​ດູ​ຈີນ​ໃນ​ພາບ​ຂາວດໍາໃນ​ປີ 1950​
ການຖ່າຍຮູບໂດຍ ລູອິສ ເນເກີ (Louis NEGRE)

ຄົ້ນພົບງານວາງສະແດງຂອງ ລູອິສ ເນເກີ (Louis NEGRE) ກ່ຽວກັບຊົນເຜົ່າມ້ອຍ ໃນລະຫວ່າງການເດີນທາງໄປແຂວງດາລາດ

ງານວາງສະແດງ: “ບາງແຫ່ງໃນອາຊີ” ໂດຍ ເຮແລນ ກິໂບ ບາຕາລີເຢ (Hélène GUILBAUD BATELLIER)

Peintures Laos et Cambodge de l’artiste Hélène Guilbaud Batellier exposées par l’association PEMM

ງານ​ວາງສະ​ແດງ “ບາງ​ແຫ່ງ​ໃນ​ອາຊີ” ​ແມ່ນ​ໄດ້ນໍາ​ສະ​ແດງ​ຮູບ​ແຕ້ມ​ຈາກ​ລາວ ແລະ ກຳປູ​ເຈຍ ​ໂດຍ ທ່ານນາງ ເຮແລນ ກິໂບ ບາຕາລີເຢ (Hélène Guilbaud Batellier).  ຈິດຕະກອນ ແມ່ນທ່ານໝໍອາສາສະໝັກ ທີ່ເຝິກອົບຮົມໃຫ້ພະນັກງານສາທາລະນະສຸກລາວ ໃນຂະແໜງການປິ່ນປົວເດັກ.  ນາງ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ສະມາຄົມ​ປະຊາຊົນ ​ແລະ ​ພູດ​ອຍ​ຕາມລ້ອງແມ່​ນ້ຳຂອງ​ເປັນ​ເວລາ​ຫຼາຍ​ປີ.  ຜູ້ກ່ຽວມີນໍ້າໃຈໃນການບໍລິຈາກຜົນກໍາໄລທັງໝົດຈາກການຂາຍຮູບແຕ້ມຂອງນາງໃຫ້ກັບສະມາຄົມ PEMM.  

 

ພວກເຮົາຂໍສະແດງຄວາມຂອບໃຈມາຍັງຜູ້ກ່ຽງສໍາລັບການມີສ່ວນຮ່ວມໃນຄັ້ງນີ້.  ການເປີດງານວາງສະແດງຈະຈັດຂຶ້ນໃນວັນພຸດທີ່ 8 ກຸມພາ 2023 ເວລາ 5 ໂມງແລງໃນການສະແດງຂອງນັກແຕ້ມຢູ່ທີ່ຫ້ອງການຂອງສະມາຄົມທີ່ຕັ້ງຢູ່ 4 Place Saint Roch ໃນ Saint-Étienne (42100).  ພວກເຮົາລໍຖ້າໃຫ້ບັນດາທ່ານທີ່ມີຄວາມສົນໃຈ ແລະ ຮັກການແບ່ງປັນເຂົ້າຮ່ວມ.  ເຂົ້າຊົມໂດຍບໍ່ເສຍຄ່າ ແລະ ເປີດກ້ວາງໃຫ້ທຸກຄົນ.  ງານວາງສະແດງແມ່ນເຂົ້າເຖິງໄດ້ຢ່າງອິດສະຫຼະຈົນຮອດວັນສຸກທີ 24 ມີນາ 2023. ເພື່ອເບິ່ງບັນດາຮູບແຕ້ມຂອງ ທ່ານນາງ ເຮແລນ ກິໂບ ບາຕາລີເຢ (Hélène Guilbaud Batellier), ເຂົ້າໄປທີ່ເວັບໄຊທ໌ຂອງນາງ: Hélène Guilbaud Batellier (free.fr)

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມ PEMM ຄົບຮອບ 10 ປີ

Soirée des 10 ans de PEMM avec projection, buffet lao et concert à Saint-Étienne

ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາມາຄົມຄົບຮອບສິບປີກັບພວກເຮົາ, ຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມຄໍ່າຄືນສຸດພິເສດໃນວັນເສົາທີ່ 18 ເດືອນມິຖຸນາເວລາ 18 ໂມງ ທີ່ເມລິແອ ຊາງຟຼອງຊົວ (Méliès Saint-François) ທີ່ແຂວງ ຊາງເອຕຽນ (Saint-Etienne).  ພິທີປະຖົມມະເລີກເລີ່ມຕົ້ນດ້ວຍການສາຍຮູບເງົາໂດຍຜູ້ກຳກັບລາວ ກີ່ເຢ ຊີໂມນ ຫຼວງລາດ ເລື່ອງ ລາກ່ອນທ່າງຫວອງ (Goodbye Mister Wong) ຫຼັງຈາກນັ້ນແມ່ນການສົນທະນາແລກປ່ຽນ ກັບຜູ້ກຳກັບທ່ານອື່ນທີ່ຈະເຂົ້າຮ່ວມ.  ໃນໄລຍະພັກຜ່ອນ ແລະ ການຮັບປະທານອາຫານພື້ນເມືອງລາວແບບບຸບເຟ້, ພວກເຮົາສະເໜີການສະແດງສິນລະປະ ໂດຍ ນັກຮ້ອງຝຣັ່ງ-ລາວ ທ່ານ ຄຳຄາ ໃນໄລຍະທີສອງໃນຕອນທ້າຍຂອງງານ. ໃນຄໍ່າຄືນໃນມື້ນີ້, ໄດ້ໃຫ້ກຽດຮັບເຊີນ ແລະ ຕ້ອນຮັບຄະນະຜູ້ແທນຈາກ ສະຖານທູດລາວ ປະຈໍາ ຝຣັ່ງ, ຄື: ທ່ານ ເອກອັກຄະລັດຖະທູດ, ທ່ານຜູ້ແທນ ລັດຖະມົນຕີ, ຮອງເລຂາ ແລະ ພັນລະຍາ ພ້ອມດ້ວຍເຈົ້າເມືອງ ຊາງເອຕຽນ (Saint Etienne), ທ່ານ ແປກດີໂອ (PERDRIAU) . ຂໍຂອບໃຈບັນດາທ່ານທ່ານທີ່ໃຫ້ກຽດເຂົ້າຮ່ວມ ແລະ ພ້ອມພຽງຮຽງໜ້າໃນການສ້າງບັນຍາກາດໃຫ້ຄໍ່າຄືນນີ້ສຸດແສນພິເສດ.

ເດືອນມີນາ ປີ 2022

ການເຂົ້າຮ່ວມງານບຸນມະຫະກໍາຮູບເງົາ Festival du Curieux Voyageur

ONG dans la santé au Laos, Festival du curieux voyageur

ເປັນເທື່ອທຳອິດນັບຕັ້ງແຕ່ຫຼັງການແຜ່ລະບາດຂອງພະຍາດ ໂຄວິດ 19, ສະມາຄົມຂອງພວກເຮົາໄດ້ເຂົ້າຮ່ວມງານ ເທດສະການຮູບເງົາ (Festival du Curieux Voyageur) ອີກຄັ້ງທີ່ຈັດຂຶ້ນໃນ Saint-Etienne.  ງານ​ບຸນ​ນີ້​ກ່ຽວ​ກັບ​ການ​ເດີນ​ທາງ​ ແລະ​ ການ​ຄົ້ນ​ພົບ​ປະ​ເທດ​ຕ່າງໆ, ວັດ​ທະ​ນະ​ທໍາ​ທີ່ຫຼາກຫຼາຍໃນງານ​ ການວາງ​ສະ​ແດງເຄື່ອງເອກະລັກຕ່າງໆ, ການສາຍຮູບ​ເງົາ, ເຊິ່ງເປັນໂອກາດດີຕໍ່​ຂອງ​ສະ​ມາ​ຄົມ.  ໃນປີ 2022 ນີ້, ພວກເຮົາໄດ້ນຳສະເໜີການເດີນທາງສາມັກຄີໄຊໃນວັນ Saints' All Saints' 2022 ໃນໄລຍະສອງມື້ຂອງງານວາງສະແດງ (ເຊິ່ງທ່ານສາມາດເຂົ້າເບິ່ງໄດ້ໂດຍການກົດທີ່ນີ້). ພວກເຮົາຂໍສະແດງຄວາມຂອບໃຈເປັນພິເສດຕໍ່ບັນດາອາສາສະໝັກທີ່ໄດ້ສະຫຼະເວລາອັນມີຄ່າມາເປັນສ່ວນຮ່ວມໃນການແບ່ງປັນຂໍ້ມູນໃນງານວາງສະແດງໃຫ້ປະຊາຊົນຮັບຮູ້ກ່ຽວກັບປະເທດທີ່ສວຍງາມ ນັ້ນກໍຄືປະເທດລາວ.

Association dans la santé au Laos avec des bénévoles
Association dans la santé au nord Laos avec des bénévoles

ເດືອນພະຈິກຫາເດືອນທັນວາ ປີ 2021 

ງານວາງສະແດງ “ລາວ”
ໂດຍ ທ່ານນາງ ເຄຼມັອງຊ໌
(Clémence Gir.art)

ທ່ານນາງ ເຄຼມອງຊ໌ ແມ່ນນັກຈິດຕະກອນຄົນຝຣັ່ງທີ່ອາໄສຢູ່ໃນລາວ, ມຽນມາ ແລະ ມາດາກາສະກາ ເປັນເວລາຫຼາຍປີ.  ຜູ້ກ່ຽວໃຊ້ເວລາໃນການເດີນທາງໃຫ້ເປັນປະໂຫຍດໂດຍການແຕ້ມຮູບ, ສ່ວນຫຼາຍແມ່ນຮູບພາບຄົນ, ແຕ່ກໍ່ຍັງປະກອບມີສັດບາງຊະນິດ.  ລາວໄດ້ຖ່າຍທອດອາລົມສິນລະປະອອກດ້ວຍການສໍາພັດຂອງສີນໍ້າ ແລະ ໝຶກອິນເດຍ ເຊິ່ງເຮັດໃຫ້ຮູບແຕ້ມຂອງລາວມີສະເໜ່ດຶງດູດ.  ຮູບ​ພາບມີຖ່າຍທອດອາລົມຄວາມຮູ້ສຶກຄືເປັນເດັກ​ນ້ອຍ​, ບາງຄັ້ງຮູ້ສຶກຍິ່ງ​ໃຫຍ່​, ບາງ​ຄັ້ງ​ຂີ້​ອາຍ​, ແຕ່​ທັງໝົດແມ່ນຖ່າຍທອດເຖິງອາລົມທີ່ມີຄວາມ​ຝັນ​: ໃນການໄດ້ຮັບໂອກາດທີ່ສາມາດຫຼົບໜີໄດ້​.  ງານວາງສະແດງໄດ້ຖືກຕິດຕັ້ງຢູ່ໃນຫ້ອງການຂອງພວກເຮົາຢູ່ທີ່ 4 ສະຖານທີ່ Saint-Roch 42100 (SAINT-ÉTIENNE) ແລະ ແກ່ຍາວເຖິງວັນທີ 29 ເດືອນຕຸລາປີ 2021. ສໍາລັບທ່ານຜູ້ທີ່ຢູ່ໄກເກີນໄປທີ່ຈະເດີນທາງມາຊົມ, ແມ່ນໜ້າເສຍດາຍທີ່ພາດໂອກາດ.

Œuvre de Clémence Gir Art issue de l’exposition Laos, reproduction d’un éléphant

ຊ້າງຫຼິ້ນນໍ້າ

Œuvre de Clémence Gir Art issue de l’exposition Laos, reproduction d’ours malais

ໝີດໍາ

Œuvre de Clémence Gir Art issue de l’exposition Laos, reproduction d’une jeune fille

ສ່ອງລະຫວ່າງສອງປະຕູ

Œuvre de Clémence Gir Art issue de l’exposition Laos, reproduction d’une jeune fille avec un écureuil
Œuvre de Clémence Gir Art issue de l’exposition Laos, reproduction d’une petit lao verte

ເດັກນ້ອຍ ແລະ ກະຮອກ

ສາວນ້ອຍເສື້ອຂຽວ

Œuvre de Clémence Gir Art issue de l’exposition Laos, reproduction de soeurs Hmong

ເອື້ອຍນ້ອງເຜົ່າມົ້ງ

Œuvre de Clémence Gir Art présentée lors de l’exposition Laos , représentation d'une femme de Luang Prabang

ແມ່ຍິງຫຼວງພະບາງ

Œuvre présentée lors de l’exposition Laos organisée par Peuples et Montagnes du Mékong, représentation d'un enfant Hmong

ເດັກນ້ອຍເຜົ່າມົ້ງໃສ່ໝວກປະດັບສີແດງ

Œuvre présentée lors de l’exposition Laos organisée par Peuples et Montagnes du Mékong, représentation Dok Champa

ດອກຈໍາປາ

Œuvre présentée lors de l’exposition Laos organisée par Peuples et Montagnes du Mékong, représentation bol de soupe

ຖ້ວຍແກງ

99ec98fdb81945c29c25a3ad6c5606b1.avif

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

  • Instagram
  • Facebook
  • LinkedIn
  • YouTube
bottom of page