top of page

ໂຄງການສະໜອງນ້ຳຂອງໂຮງໝໍເມືອງໃໝ່

ໃນເດືອນກໍລະກົດ ປີ 2022, ທີມງານຂອງພວກເຮົາໄດ້ພົບວ່າໂຮງໝໍເມືອງຢູ່ໃນລາວຂາດເຂີນນໍ້າໃຊ້.  ເຊິ່ງສະມາຄົມ PEMM ແມ່ນມີປະສົບການໃນການສ້າງໂຄງການສະໜອງນໍ້າໃຫ້ແກ່ເຂດຫ່າງໄກສອກຫຼີກ, ດັ່ງນັ້ນຳວກເຮົາຈຶ່ງເຮັດໃຫ້ໂຄງການນີ້ສໍາຄັນ ແລະ ເປັນບູລິມະສິດສໍາລັບປີ 2023. ຢ່າງທີ່ພວກເຮົາອະທິບາຍ.

ໃນເດືອນກໍລະກົດ ປີ 2022, ທີມງານຂອງພວກເຮົາປະກອບດ້ວຍອະດີດອາສາສະໝັກຮັບໃຊ້ສັງຄົມຂອງພວກເຮົາ ທ່ານ ເກຼກົວ ແລນເດວ (Grégoire LANDEL) ແລະ ທ່ານ ລີ, ຜູ້ຮ່ວມມື ແລະ ວິຊາການຂອງສະມາຄົມ, ທັງສອງໄດ້ອອກໄປປະຕິບັດພາລະກິດສຳຫຼວດຢູ່ແຂວງຜົ້ງສາລີ. ເຊິ່ງມີ 2 ຈຸດປະສົງຫຼັກ ເພື່ອກະກຽມການເຝິກອົບຮົມທາງການແພດຢູ່ໂຮງໝໍ ເມືອງໃໝ່ ແລະ ໂຮງໝໍເມືອງບຸນເໜືອ, ແລະ ເກັບກໍາຄວາມຕ້ອງການຄວາມຊ່ວຍເຫຼືອຂອງຜູ້ເບິ່ງແຍງ ແລະ ປະຊາຊົນດ້ານນ້ໍາ ແລະ ສຸຂາພິບານ.

Lavabo_sal_MAI.jpeg

ໃນການສົນທະນາກັບຜູ້ອໍານວຍການຂອງໂຮງໝໍເມືອງ ກ່ຽວກັບຄວາມຕ້ອງການໃນການເຝີກອົບຮົມໃນການກວດພະຍາດຍິງ ແລະ ແພດເດັກ, ທາງສະມາຄົມແມ່ນມີຄວາມຕົກໃຈທີ່ຮັບຮູ້ວ່າທາງໂຮງໝໍແມ່ນຂາດເຂີນນໍ້າໃຊ້ໃນການປິ່ນປົວ.  ຄັ້ງທໍາອິດ, ສະມາຄົມໄດ້ພົບກັບການຂາດນ້ໍາ ແລະ ສຸຂາພິບານຢູ່ໃນໂຮງໝໍ ແລະ ທີ່ບໍ່ແມ່ນສຸກສາລາທີ່ຢູ່ໃນເຂດຫ່າງໄກສອກຫຼີກ.  ດັ່ງນັ້ນໂຄງການນີ້ຈຶ່ງເປັນບູລິມະສິດສໍາລັບປີ 2023. ປະຊາຊົນ 27,000 ຄົນໃນເມືອງໃໝ່ ແມ່ນຂຶ້ນກັບໂຮງແຫ່ງນີ້, ເຫດການສຸກເສີນດ້ານສຸຂະພາບແມ່ນມີຫຼາຍກໍລະນີ.  ຫຼັງຈາກຫຼາຍເດືອນ ໃນການເກັບກໍາຂໍ້ມູນ

ຕົວຈິງໃນພາກສະໜາມ, ການຫ້າງເອກະສານ ແລະ ຊອກຫາທຶນ, ໂຄງການສະໜອງນ້ໍາຂອງໂຮງໝໍເມືອງໃໝ່ແມ່ນສາມາດປະຕິບັດໄດ້ໃນປີນີ້ 2023. ເຊິ່ງໂຄງການໄດ້ຮັບການສະໜັບສະໜູນຈາກມູນນິທິ ຊາໂນຟີ (SANOFI) ແລະ ສໍານັກແຂວງຊາງເອຕຽນ (Métropole de Saint-Étienne) : ຫາກຂາດການຊ່ວຍເຫຼືອດັ່ງກ່າວ, ໂຄງການກໍ່ບໍ່ສາມາດປະສົບຜົນສໍາເລັດ.

 ​

ອິງຕາມຄວາມເປັນຈິງ, ສະມາຄົມ PEMM ຈະບໍ່ຢຸດຢູ່ພຽງແຕ່ໂຄງການສະໜອງນ້ໍາເທົ່າ.  ສະມາຄົມ​ຈະ​ເຮັດ​ໃຫ້​ໂຮງໝໍ​ດັ່ງກ່າວ​ເປັນ​ໂຄງການ​ທີ່​ມີ​ຈຸດໝາຍ​ສຸມ​ໃສ່​ການ​ປັບປຸງ​ຄຸນ​ນະພາ​ບ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ບໍລິການສຸຂະພາບ.  ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຸມ​ໃສ່​​ 3 ​ເປົ້າໝາຍຫຼັກຂອງ​ການ​ປະ​ຕິ​ບັດ​:

                      - ການ​ສະໜອງນໍ້າ ແລະ ການແຈກຢາຍນໍ້າໃຊ້ໃນໂຮງໝໍ

                      - ເຝິກ​ອົບ​ຮົມ​ສຸ​ຂະ​ອະ​ນາ​ໄມ​ໂຮງ​ໝໍ​ສໍາ​ລັບ​ຜູ້​ດູ​ແລ​ ແລະ​ ມາດ​ຕະ​ການ​ສະ​ໜັບສະ​ໜູນ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຄົນ​ເຈັບ​ໂຮງ​ໝໍກ່ຽວ​ກັບ​ກົດ​ລະ​ບຽບ​ສຸ​ຂະ​ພາບ​,

                       - ຄໍານຶງເຖິງການປ່ຽນແປງດິນຟ້າອາກາດດ້ວຍການຄຸ້ມຄອງຊັບພະຍາກອນທໍາມະຊາດຢ່າງສົມເຫດສົມຜົນ ແລະ ຍືນຍົງ.

IMG_0485.jpeg
WhatsApp Image 2022-07-01 at 10.16.58
WhatsApp Image 2022-10-03 at 12.43.46
WhatsApp Image 2022-10-03 at 12.40.41
WhatsApp Image 2022-07-01 at 10.16.52
WhatsApp Image 2022-10-03 at 12.43.47 (1)
WhatsApp Image 2022-07-01 at 10.16.54
Déchets MAI
WhatsApp Image 2022-07-01 at 10.16.47

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page