top of page

ແພດອາສາສະໝັກ

ຫາກທ່ານຕ້ອງການເຂົ້າຮ່ວມ, ກະລຸນາສົ່ງປະຫວັດຫຍໍ້ (CV) ແລະ ໃບຄໍາຮ້ອງ (Lettre de Motivation) ມາທີ່ອີເມວ:

peuplesetmontagnesdumekong@gmail.com

****

ສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນ້ຳຂອງ ບໍ່ເຂົ້າຮ່ວມໃນພາວະສຸກເສີນ. ພວກເຮົາເລືອກທີ່ຈະເຮັດວຽກໃນໄລຍະກາງ ແລະ ໄລຍະຍາວ ໂດຍຜ່ານການເຝິກອົບຮົມທາງການແພດສະເພາະ ແລະ ການຊ່ວຍເຫຼືອທ້ອງຖິ່ນທີ່ມີຈຸດປະສົງເພື່ອພັດທະນາທັກສະຂອງບຸກຄະລາກອນສາທາລະນະສຸກໃນພາກເໜືອຂອງລາວ.  ພວກເຮົາໄດ້ສົນທະນາກັບທ່ານໝໍ, ພະຍາບານ ແລະ ພະຍາບານຜະດຸງຄັນ ແລະ ພວກເຮົາຄຳນຶງເຖິງສະພາບແວດລ້ອມການເຮັດວຽກຂອງບັນດາແພດໝໍເຫຼົ່ານີ້. ນອກຈາກການເຝິກອົບຮົມແລ້ວ, ພວກເຮົາຈະສ້າງພື້ນທີ່ເນໍ້າສະອາດ ແລະ ໄຟຟ້າໃຊ້ ຫຼື ປັບປຸງກໍ່ສ້າງສຸກສາລາບ້ານນ້ຳພວນ.

ການເຂົ້າຮ່ວມຊ່ວຍເຫຼືອຂອງພວກເຮົາ ແມ່ນສະເໝີຕົ້ນສະເໝີປາຍຕາມຂໍ້ຕົກລົງ ແລະ ໄດ້ກຳນົດບົນພື້ນຖານຄວາມຕ້ອງການທີ່ໄດ້ກຳນົດໄວ້ຢ່າງຈະແຈ້ງ ໂດຍການຮ່ວມມືຢ່າງໃກ້ຊິດກັບຂັ້ນເທິງຂອງສາທາລະນະສຸກຂອງແຂວງອຸດົມໄຊ.

IMG_8521.jpg

ເພື່ອຕອບສະໜອງຄວາມຕ້ອງການເຫຼົ່ານີ້, ພວກເຮົາກຳລັງລະດົມເອົາພະນັກງານແພດທີ່ມີຄວາມສາມາດຢ່າງເໝາະສົມ:

1.

ການເຂົ້າຮ່ວມພາລະກິດກັບໂຮງໝໍແຂວງບົນພື້ນຖານວິຊາສະເພາະຂອງພວກເຂົາ.  ເວົ້າໂດຍທົ່ວໄປແລ້ວ, ການພື້ນທີ່ຊ່ວຍເຫຼືອເຫຼົ່ານີ້ແມ່ນແນໃສ່ສະເພາະພຽງແຕ່ແພດໝໍຄົນລາວ.

2.

ການ​ເຝິກ​ອົບຮົມແມ່ນສົມທົບ​ກັບ​ໂຮງໝໍ​ເມືອງ (ຮອບ​ວຽນ 5 ວັນ) ​ເພື່ອເຝິກທັກສະໃຫ້​ທ່ານ​ໝໍ ​ແລະ ພະຍາບານ ​ໃນ​ຫົວ​ຂໍ້​ທົ່ວ​ໄປ​ເຊັ່ນ: ການດູແລສຸຂະອານາໄມ, ພະຍາດ​ລຳ​ໄສ້, ການພະຍາດຍິງ, ​ກວດພະຍາດເດັກ, ພະຍາດ​ຫົວໃຈ (​ພະຍາດວິທິຍາ, ຄວາມບົກຜ່ອງ), ພະຍາດ​ດ້ານເສັ້ນປະສາດ, ບາດແຜ, ອັກ​ເສບ. ກວດຫູ, ຕາ ແລະ ດັງ (ORL) (ເດັກນ້ອຍຫູໜວກຫຼາຍຄົນໃນກຸ່ມເຜົ່າມົ້ງ, ແລະ ອື່ນໆ) ແລະ ພະຍາດຕາ.  ຍັງມີຂໍ້ຍົກເວັ້ນບາງຂໍ້ ໃນການເຝິກອົບຮົມສັງເກດເຫັນວ່າມີລະດັບຂ້ອນຂ້າງຕໍ່າ.

3.

ເພື່ອສະໜອງການຊ່ວຍເຫຼືອໃນສຸກສາລາດ້ານການພະຍາບານ, ການສະໜັບສະໜູນ ແມ່ນສຸມໃສ່ການປັບປຸງທັກສະຂອງເຂົາເຈົ້າ.  ພວກເຮົາບໍ່ໄດ້ມາເພື່ອ "ເຮັດ​ໜ້າທີ່ແທນແພດໝໍລາວ" ແຕ່​ແມ່ນມາເພື່ອຊ່ວຍໃຫ້​ຄໍາແນະ​ນໍາ​ພວກ​ເຂົາ​ໃນຍາມ​ຈໍາ​ເປັນ​.  ການຊ່ວຍເຫຼືອແຕ່ລະຄັ້ງແມ່ນອິງຕາມຕາມຄໍາຮ້ອງຂໍຂອງແພດໝໍລາວ.

4.

ໃນການເຂົ້າຮ່ວມການອົບຮົມໂຄສະນາເພື່ອປູກຈິດສໍານຶກ ແລະ ປັບປຸງສຸຂະອະນາໄມລະຫວ່າງປະຊາຊົນທ້ອງຖິ່ນ.

5.

ເພື່ອໃຫ້ສາມາດເຂົ້າເຖິງການປະເມີນຄວາມຕ້ອງການທີ່ຈໍາເປັນຂອງສຸກສາລາ ແມ່ນຕ້ອງຜ່ານການປະເມີນໂດຍພະນັກງານແພດສາທາລະນະສຸກ

ສະມາຄົມສາມັກຄີໄຊຟຼອງໂກໂຟນ ປະຊາຊົນ ແລະ ພູດອຍຕາມລ້ອງແມ່ນໍ້າຂອງ

ໂທ: 09 81 36 40 54

ອີເມວ : peuplesetmontagnesdumekong@gmail.com

ທີ່ຢູ່ 4 Place Saint Roch 42100 Saint Etienne

bottom of page