ກິດຈະກໍາທີ່ຜ່ານມາ
ງານຊີວິດຊຸມຊົນໃນທ້າຍອາທິດ 2024

ເຂົ້າຮ່ວມກັບພວກເຮົາທີ່ ປາກເດເອກສະໂປຊີຊົງ (Parc des Expositions) ໃນ ຊາງເອຕຽນ (Saint-Etienne) ໃນວັນທີ 7 ແລະ 8 ກັນຍາ 2024, ໃນໂອກາດຂອງການສ້າງສາຍພົວພັນຂອງຊີວິດຊຸມຊົນໃນທ້າຍອາທິດ ປີ 2024!
31 Boulevard Jules Janin ໃນ Saint-Etienne
ຈາກ 10 ໂມງເຊົ້າຫາ 19 ໂມງແລງ ໃນວັນເສົາ 7/9
ຈາກ 10 ໂມງເຊົ້າຫາ 18 ໂມງແລງ ໃນວັນອາທິດ 8/9
ເປັນໂອກາດທີ່ຈະມາຄົ້ນພົບໂຄງການທີ່ກໍາລັງດໍາເນີນໃນປະຈຸບັນ ແລະ ໂຄງການໃໝ່ທີ່ຈະມາເຖິງ!
ງານວາງສະແດງ: "ຮູບຄົນຂອງອາຊີ " Frédéric PALAIS

ເພືື່ການເລີ່ມຕົ້ນສົກປີໃໝ່ທີ່ດີ, ສະມາຄົມໄດ້ດຳເນີນໂຄງການວັດທະນະທຳ ແລະ ຂໍເຊີນຊວນທ່ານເຂົ້າຮ່ວມງານວາງສະແດງຄັ້ງທຳອິດຂອງປີ 2023/2024! ທ່ານ ເຟເດິລິກ ປາແລ (Fréderic PALAIS), ຊ່າງພາບມືສະໝັກຫຼິ້ນ, ນໍາສະແດງຮູບພາບຄົນອາຊີ ຢູ່ທີ່ຮ້ານ ໃນຫ້ອງການຂອງພວກເຮົາຢູ່ທີ່ 4 Place Saint Roch, 42100 Saint Etienne.
ພິທີເປີດງານຈະຈັດຂຶ້ນໃນວັນທີ 20 ກັນຍາ 2023, ເວລາ 17 ໂມງ 30 ເຖິງ 20 ໂມງ
ງານວາງສະແດງໄດ້ເລີ່ມເປີດຕັ້ງແຕ່ວັນທີ 1 ກັນຍາ! ເພີດເພີນໄປກັບບັນຍາກາດການເດີນທາງ ຫຼັງຈາກການກັບມາແຕ່ການພັກແລ້ງຂອງທ່ານ. ງານຈະປິດລົງໃນວັນທີ 5 ເດືອນຕຸລາ.
ງານວາງສະແດງ “ບຸນປີໃໝ່ເຜົ່າມົ້ງ ຫຼື ບຸນກິນຈຽງ”

ວັນຈັນທີ 22 ພຶດສະພານີ້, ເນື່ອງໃນໂອກາດບຸນປີໃໝ່ຂອງຊົນເຜົ່າມົ້ງ ຫຼື ບຸນກິນຈຽງ ພວກເຮົາໄດ້ຈັດງານວາງສະແດງຮູບຂອງທ່ານ ໂຣເຈີ ຊາກເຣ (Roger CHARRET). ຮູບພາບຈໍານວນໜຶ່ງແມ່ນຖ່າຍຈາກບຸນປີໃໝ່ຂອງຊົນເຜົ່າມົ້ງ ເຊິ່ງໄດ້ວາງສະແດງຢູ່ທີ່ຫ້ອງການຂອງພວກເຮົາທີ່ 4 Place Saint Roch ໃນ Saint-Etienne. ການວາງສະແດງແມ່ນເປີດໃນວັນລັດຖະການ (ວັນຈັນ, ວັນອັງຄານ ແລະວັນພະຫັດ ເລີ່ມຈາກ 14 ໂມງຫາ 17 ໂມງແລງ ແລະ ວັນພຸດ, ວັນສຸກ ເລີ່ມ 9 ໂມງເຊົ້າຫາ 12 ໂມງຕອນບ່າຍ ແລະ 1ອ ໂມງແລງ ຫາ 17 ໂມງແລງ) ແລະ ບໍ່ເສຍຄ່າເຂົ້າສໍາທຸກຄົນ! ນີ້ແມ່ນໂອກາດເພື່ອເປີດກ້ວາງຮຽນຮູ້ຊົນເຜົ່າຂອງລາວ ແລະ ຊຸດປະຈໍາຊົນເຜົ່າ ທີ່ເປັນລັກສະນະສະເພາະຂອງຕົນ. ເຊີນຮ່ວມບັນຍາກາດອັນຄຶກຄື້ນຈາກງານວາງສະແດງສຸດທ້າຍຂອງສະມາຄົມກ່ອນວັນພັກແລ້ງ!
ງານວາງສະແດງ: ອິນດູຈີນໃນພາບຂາວດໍາໃນປີ 1950
ການຖ່າຍຮູບໂດຍ ລູອິສ ເນເກີ (Louis NEGRE)

ງານວາງສະແດ ງ: “ບາງແຫ່ງໃນອາຊີ” ໂດຍ ເຮແລນ ກິໂບ ບາຕາລີເຢ (Hélène GUILBAUD BATELLIER)

ງານວາງສະແດງ “ບາງແຫ່ງໃນອາຊີ” ແມ່ນໄດ້ນໍາສະແດງຮູບແຕ້ມຈາກລາວ ແລະ ກຳປູເຈຍ ໂດຍ ທ່ານນາງ ເຮແລນ ກິໂບ ບາຕາລີເຢ (Hélène Guilbaud Batellier). ຈິດຕະກອນ ແມ່ນທ່ານໝໍອາສາສະໝັກ ທີ່ເຝິກອົບຮົມໃຫ້ພະນັກງານສາທາລະນະສຸກລາວ ໃນຂະແໜງການປິ່ນປົວເດັກ. ນາງໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນສະມາຄົມປະຊາຊົນ ແລະ ພູດອຍຕາມລ້ອງແມ່ນ້ຳຂອງເປັນເວລາຫຼາຍປີ. ຜູ້ກ່ຽວມີນໍ້າໃຈໃນການບໍລິຈາກຜົນກໍາໄລທັງໝົດຈາກການຂາຍຮູບແຕ້ມຂອງນາງໃຫ້ກັບສະມາຄົມ PEMM.
ພວກເຮົາຂໍສະແດງຄວາມຂອບໃຈມາຍັງຜູ້ກ່ຽງສໍາລັບການມີສ່ວນຮ່ວມໃນຄັ້ງນີ້. ການເປີດງານວາງສະແດງຈະຈັດຂຶ້ນໃນວັນພຸດທີ່ 8 ກຸມພາ 2023 ເວລາ 5 ໂມງແລງໃນການສະແດງຂອງນັກແຕ້ມຢູ່ທີ່ຫ້ອງການຂອງສະມາຄົມທີ່ຕັ້ງຢູ່ 4 Place Saint Roch ໃນ Saint-Étienne (42100). ພວກເຮົາລໍຖ້າໃຫ້ບັນດາທ່ານທີ່ມີຄວາມສົນໃຈ ແລະ ຮັກການແບ່ງປັນເຂົ້າຮ່ວມ. ເຂົ້າຊົມໂດຍບໍ່ເສຍຄ່າ ແລະ ເປີດກ້ວາງໃຫ້ທຸກຄົນ. ງານວາງສະແດງແມ່ນເຂົ້າເຖິງໄດ້ຢ່າງອິດສະຫຼະຈົນຮອດວັນສຸກທີ 24 ມີນາ 2023. ເພື່ອເບິ່ງບັນດາຮູບແຕ້ມຂອງ ທ່ານນາງ ເຮແລນ ກິໂບ ບາຕາລີເຢ (Hélène Guilbaud Batellier), ເຂົ້າໄປທີ່ເວັບໄຊທ໌ຂອງນາງ: Hélène Guilbaud Batellier (free.fr)
ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມ PEMM ຄົບຮອບ 10 ປີ
.jpg)
ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາມາຄົມຄົບຮອບສິບປີກັບພວກເຮົາ, ຂໍຖືເປັນກຽດຮຽນເຊີນທ່ານເຂົ້າຮ່ວມຄໍ່າຄືນສຸດພິເສດໃນວັນເສົາທີ່ 18 ເດືອນມິຖຸນາເວລາ 18 ໂມງ ທີ່ເມລິແອ ຊາງຟຼອງຊົວ (Méliès Saint-François) ທີ່ແຂວງ ຊາງເອຕຽນ (Saint-Etienne). ພິທີປະຖົມມະເລີກເລີ່ມຕົ້ນດ້ວຍການສາຍຮູບເງົາໂດຍຜູ້ກຳກັບລາວ ກີ່ເຢ ຊີໂມນ ຫຼວງລາດ ເລື່ອງ ລາກ່ອນທ່າງຫວອງ (Goodbye Mister Wong) ຫຼັງຈາກນັ້ນແມ່ນການສົນທະນາແລກປ່ຽນ ກັບຜູ້ກຳກັບທ່ານອື່ນທີ່ຈະເຂົ້າຮ່ວມ. ໃນໄລຍະພັກຜ່ອນ ແລະ ການຮັບປະທານອາຫານພື້ນເມືອງລາວແບບບຸບເຟ້, ພວກເຮົາສະເໜີການສະແດງສິນລະປະ ໂດຍ ນັກຮ້ອງຝຣັ່ງ-ລາວ ທ່ານ ຄຳຄາ ໃນໄລຍະທີສອງໃນຕອນທ້າຍຂອງງານ. ໃນຄໍ່າຄືນໃນມື້ນີ້, ໄດ້ໃຫ້ກຽດຮັບເຊີນ ແລະ ຕ້ອນຮັບຄະນະຜູ້ແທນຈາກ ສະຖານທູດລາວ ປະຈໍາ ຝຣັ່ງ, ຄື: ທ່ານ ເອກອັກຄະລັດຖະທູດ, ທ່ານຜູ້ແທນ ລັດຖະມົນຕີ, ຮອງເລຂາ ແລະ ພັນລະຍາ ພ້ອມດ້ວຍເຈົ້າເມືອງ ຊາງເອຕຽນ (Saint Etienne), ທ່ານ ແປກດີໂອ (PERDRIAU) . ຂໍຂອບໃຈບັນດາທ່ານທ່ານທີ່ໃຫ້ກຽດເຂົ້າຮ່ວມ ແລະ ພ້ອມພຽງຮຽງໜ້າໃນການສ້າງບັນຍາກາດໃຫ້ຄໍ່າຄືນນີ້ສຸດແສນພິເສດ.
ເດືອນມີນາ ປີ 2022
ການເຂົ້າຮ່ວມງານບຸນມະຫະກໍາຮູບເງົາ Festival du Curieux Voyageur

ເປັນເທື່ອທຳອິດນັບຕັ້ງແຕ່ຫຼັງການແຜ່ລະບາດຂອງພະຍາດ ໂຄວິດ 19, ສະມາຄົມຂອງພວກເຮົາໄດ້ເຂົ້າຮ່ວມງານ ເທດສະການຮູບເງົາ (Festival du Curieux Voyageur) ອີກຄັ້ງທີ່ຈັດຂຶ້ນໃນ Saint-Etienne. ງານບຸນນີ້ກ່ຽວກັບການເດີນທາງ ແລະ ການຄົ້ນພົບປະເທດຕ່າງໆ, ວັດທະນະທໍາທີ່ຫຼາກຫຼາຍໃນງານ ການວາງສະແດງເຄື່ອງເອກະລັກຕ່າງໆ, ການສາຍຮູບເງົາ, ເຊິ່ງເປັນໂອກາດດີຕໍ່ຂອງສະມາຄົມ. ໃນປີ 2022 ນີ້, ພວກເຮົາໄດ້ນຳສະເໜີການເດີນທາງສາມັກຄີໄຊໃນວັນ Saints' All Saints' 2022 ໃນໄລຍະສອງມື້ຂອງງານວາງສະແດງ (ເຊິ່ງທ່ານສາມາດເຂົ້າເບິ່ງໄດ້ໂດຍການກົດທີ່ນີ້). ພວກເຮົາຂໍສະແດງຄວາມຂອບໃຈເປັນພິເສດຕໍ່ບັນດາອາສາສະໝັກທີ່ໄດ້ສະຫຼະເວລາອັນມີຄ່າມາເປັນສ່ວນຮ່ວມໃນການແບ່ງປັນຂໍ້ມູນໃນງານວາງສະແດງໃຫ້ປະຊາຊົນຮັບຮູ້ກ່ຽວກັບປະເທດທີ່ສວຍງາມ ນັ້ນກໍຄືປະເທດລາວ.


ເດືອນພະຈິກຫາເດືອນທັນວາ ປີ 2021
ງານວາງສະແດງ “ລາວ”
ໂດຍ ທ່ານນາງ ເຄຼມັອງຊ໌ (Clémence Gir.art)
ທ່ານນາງ ເຄຼມອງຊ໌ ແມ່ນນັກຈິດຕະກອນຄົນຝຣັ່ງທີ່ອາໄສຢູ່ໃນລາວ, ມຽນມາ ແລະ ມາດາກາສະກາ ເປັນເວລາຫຼາຍປີ. ຜູ້ກ່ຽວໃຊ້ເວລາໃນການເດີນທາງໃຫ້ເປັນປະໂຫຍດໂດຍການແຕ້ມຮູບ, ສ່ວນຫຼາຍແມ່ນຮູບພາບຄົນ, ແຕ່ກໍ່ຍັງປະກອບມີສັດບາງຊະນິດ. ລາວໄດ້ຖ່າຍທອດອາລົມສິນລະປະອອກດ້ວຍການສໍາພັດຂອງສີນໍ້າ ແລະ ໝຶກອິນເດຍ ເຊິ່ງເຮັດໃຫ້ຮູບແຕ້ມຂອງລາວມີສະເໜ່ດຶງດູດ. ຮູບພາບມີຖ່າຍທອດອາລົມຄວາມຮູ້ສຶກຄືເປັນເດັກນ້ອຍ, ບາງຄັ້ງຮູ້ສຶກຍິ່ງໃຫຍ່, ບາງຄັ້ງຂີ້ອາຍ, ແຕ່ທັງໝົດແມ່ນຖ່າຍທອດເຖິງອາລົມທີ່ມີຄວາມຝັນ: ໃນການໄດ້ຮັບໂອກາດທີ່ສາມາດຫຼົບໜີໄດ້. ງານວາງສະແດງໄດ້ຖືກຕິດຕັ້ງຢູ່ໃນຫ້ອງການຂອງພວກເຮົາຢູ່ທີ່ 4 ສະຖານທີ່ Saint-Roch 42100 (SAINT-ÉTIENNE) ແລະ ແກ່ຍາວເຖິງວັນທີ 29 ເດືອນຕຸລາປີ 2021. ສໍາລັບທ່ານຜູ້ທີ່ຢູ່ໄກເກີນໄປທີ່ຈະເດີນທາງມາຊົມ, ແມ່ນໜ້າເສຍດາຍທີ່ພາດໂອກາດ.

ຊ້າງຫຼິ້ນນໍ້າ

ໝີດໍາ

ສ່ອງລະຫວ່າງສອງປະຕູ


ເດັກນ້ອຍ ແລະ ກະຮອກ
ສາວນ້ອຍເສື້ອຂຽວ

ເອື້ອຍນ້ອງເຜົ່າມົ້ງ

ແມ່ຍິງຫຼວງພະບາງ

ເດັກນ້ອຍເຜົ່າມົ້ງໃສ່ໝວກປະດັບສີແດງ

ດອກຈໍາປາ
